ຄູ່ສ້າງຄູ່ສົມຕ້ອງມີສິ່ງທີ່ສະເໝີກັນ 4 ຢ່າງດັ່ງນີ້. 1 ສົມສັດທາ ຄືມີຄວາມເຊື່ອຄືກັນ. 2 ສົມສີລາ ຄືເປັນຄົນດີສະເໝີກັນ. 3 ສົມຈາຄະ ຄືມີຈິດໃຈເອື້ອເຟື້ອເພື່ອແຜ່ຄືກັນ. 4 ແລະ ສົມປັນຍາ ຄືມີປັນຍາສະເໝີກັນ. ຈາກ ວາລະສານເທວາ TAVA Magazine. Copyright | ຄຳຄົມສອນໃຈ

Read More

ພໍ່ແມ່ພີ່ນ້ອງໃຜກາຍເມືອທາງໃຕ້ ເຫັນລາວກຳລັງຍ່າງແຄມທາງ ໃຫ້ລາວຂໍຕິດລົດເມືອນຳເດີ ອິຕົນລາວຍ່າງມາແຕ່ວຽງຄົນດຽວໄດ້8ມື້ແລ້ວ. ຫາກະຮອດບ້ານໂພນຈະເລີນ ເມືອງປາກກະດິງ ລາວກຳລັງຍ່າງກັບບ້ານ ບ້ານລາວຢູ່ທ່າແຂກ ຂໍໃຫ້ມີຜູ້ໃຈດີຮັບເມືອຮອດບ້ານຢ່າງປອດໄພເນີ້?? ທີ່ມາ.

Read More

ມຊ ແຈ້ງເລື່ອງການສອບເສັງຈົບຊັ້ນຂອງນັກສຶກສາປີສຸດທ້າຍ ສົກ 2020-21​ ໃຫ້ສຳເລັດ ບໍ່ໃຫ້ກາຍວັນທີ 30 ສິງຫານີ້ ເລື່ອງການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນຂອງນັກສຶກສາປີສຸດທ້າຍຂອງແຕ່ລະຄະນະວິຊາທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສຳລັບສົກສຶກສາ 2020-2021 ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງຝືກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈຳນວນໜຶ່ງບໍ່ສາມາດດຳເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສຳເລັດໄດ້ຕາມເວລາທີ່ກຳນົດໄວ້. ເພື່ອເຮັດໃຫ້ນັກສຶກສາປີສຸດທ້າຍໃນສົກສຶກສາ 2020-2021 ທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນ ໄດ້ສຳເລັດການສຶກສາຕາມກຳນົດເວລາທີ່ປະຕິທິນການສຶກສາມະຫາວິທະຍາໄລແຫ່ງຊາດກຳນົດໄວ້ຄະນະນຳມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດຳເນີນການຂຽນບົດໂຄງການຈົບຊັ້ນໄດ້ສຳເລັດຕາມໄລຍະເວລາທີ່ກຳນົດໄວ້ ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ

Read More

ອີງຕາມຜົນຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 21 ເມສາ 2011.ຕໍ່ກັບສະພາບການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ໃນໂລກ ກໍ່ຄືໃນ ສປປ ລາວ ທີ່ໄດ້ເລີ່ມກວດພົບຜູ້ຕິດເຊື້ອໃນຊຸມຊົນ ໃນເດືອນເມສານີ້ ດັ່ງນັ້ນ, ນາຍົກລັດຖະມົນຕີ ຈື່ງໄດ້ອອກຄຳສັ່ງດ່ວນດັ່ງນີ້: 1. ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່,ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ

Read More