ຄວາມຮູ້ ກັບ ໃບປະກາດ ອັນໃດສຳຄັນກວ່າກັນ?ຄຳຖາມນີ້ເບິ່ງຄືງ່າຍ ແຕ່ຄວາມຈິງແລ້ວເຮົາບໍ່ສາມາດຕອບໄດ້ເລີຍວ່າ ອັນໃດສຳຄັນກວ່າກັນແທ້, ທຸກການຮຽນກໍຍ່ອມຢາກໄດ້ຄວາມຮູ້ ແຕ່ສິ່ງທີ່ຈະຢືນຢັນຄວາມຮູ້ຂອງເຮົາ ນອກຈາກຄວາມສາມາດໃນການປະຕິບັດຕົວຈິງໄດ້ແລ້ວນັ້ນ ຖ້າຈະໃຫ້ເປັນຮູບປະທຳນັ້ນກໍຄື ໃບປະກາດ ຫຼື ໃບຢັ້ງຢືນ. ມີນັກຮຽນຈຳນວນບໍ່ໜ້ອຍທີ່ຮຽນໂດຍບໍ່ຮູ້ເປົ້າໝາຍວ່າໂຕເອງຈະຕ້ອງຮູ້ ຫຼື ເຮັດຫຍັງໄດ້ຈາກການຮຽນ ພຽງແຕ່ຫວັງໃຫ້ຈົບ ຫຼື ໄດ້ໃບປະກາດເພື່ອເປັນສິ່ງຢືນຢັນວ່າຕົນເອງໄດ້ຮຽນເທົ່ານັ້ນ. ແຕ່ກໍມີຄົນຈຳນວນຫຼາຍເຊັ່ນກັນທີ່ມັກຕົວະໂຕເອງວ່າ ຄະແນນ ຫຼື ໃບປະກາດນັ້ນບໍ່ສຳຄັນ, ພຽງແຕ່ຕັ້ງໃຈຮຽນໃຫ້ມີຄວາມຮູ້, ຄວາມສາມາດກໍພຽງພໍແລ້ວ.
Month: February 2023

ພົບຊາຍເສຍຊີວິດປິດສະໜາໃນຫ້ອງຄົນດຽວ ຈົນສະພາບສົບຂຶ້ນອືດ. ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ລາຍງານວ່າ: ວັນທີ 26 ກຸມພາ 2023 ພົບຊາຍເສຍຊີວິດຢູ່ໃນຫ້ອງນອນຄົນດຽວ ຖືກປິດຢູ່ດ້ານໃນບໍ່ມີຄົນເຫັນ ຄາດວ່າຊີວິດໄດ້. ປະມານ 4-5ມື້ ແລ້ວ ສະພາບສົບ ມີກິ່ນເນົ່າເປື່ອຍ ຍັງບໍ່ຮູ້ສາເຫດການເສຍຊີວິດ. ຂໍ້ມູນເບື້ອງຕົ້ນຜູ້ເສຍຊີວິດຊື່ ທ້າວໄກສອນ ອາຍຸ 45 ປີ ຢູ່ບ້ານຈອມເພັດ

ອາການຂອງການນອນບໍ່ຫຼັບ ມີຕົ້ນຕໍມາຈາກຫຼາກຫຼາຍສາເຫດ ບໍ່ວ່າຈະເກີດຈາກຄວາມຄຽດ, ການເລືອກກິນອາຫານ ແລະ ພຶດຕິກໍາການໃຊ້ຊີວິດຕ່າງໆ ເຊິ່ງອາດຈະສົ່ງຜົນກະທົບທາງດ້ານລົບໃຫ້ກັບສະພາບຈິດໃຈໄດ້ໃນໄລຍະຍາວໄດ້. ສໍາລັບໃຜທີ່ກໍາລັງຜະເຊີນກັບບັນຫານອນຫຼັບຍາກແບບນີ້ ມາລອງວິທີນີ້ທີ່ຈະພາທ່ານນອນຫຼັບພາຍໃນ 2 ນາທີ ໂດຍຖືກຄິດຄົ້ນມາຈາກທະຫານອາກາດໃນຊ່ວງສົງຄາມໂລກຄັ້ງທີ 2 ຈະໄດ້ຜົນ ຫຼື ບໍ່ ນັ້ນຖ້າຢາກຮູ້ ລອງເຮັດຕາມຂັ້ນຕອນດັ່ງຕໍ່ໄປນີ້: 1. ເລີ່ມຈາກການຜ່ອນຄາຍຮ່າງກາຍ. Relax And Win ໜັງສືກ່ຽວກັບໂປຣແກມພັດທະນາດັ່ງກ່າວ ຂຽນເຖິງຂັ້ນຕອນການຜ່ອນຄາຍຮ່າງກາຍເຊັ່ນ:

ຖືເປັນຂ່າວເສົ້າວົງການບັນເທີງ ສາຍດີເຈກັນເລິີຍ ເມື່ອສື່ໄທລາຍງານວ່າ ນ້ອງ ດີເຈວິວ ໄດ້ຈາກໄປແລ້ວ ເພາະເກີດອຸປະຕິເຫດ. .ຂໍສະແດງຄວາມເສຍໃຈນຳຄອບຄົວ ดีเจวิว ສຽງຂຸ້ນເຄີຍ ດີເຈວີວໄປ ໄປ ໄປ ຜູ້ສ້າງຜົນງານທາງບັນເທິງ FC ຝັ່ງລາວ-ໄທ ຮູ້ຈັກດີ. ໂດຍການຈາກໄປແມ່ນເຊົ້າມື້ນີ້ 28 ກຸມພາ 2023 ນ້ອງໄດ້ເສຍຊີວິດແລ້ວ ດ້ວຍອຸປະຕິເຫດລົດ ອາຍຸພຽງ 14

?ເກີດເຫດລົດຮຸນໄດປິ້ນເອງທີ ບ້ານ ຜາຫອຍ ເມືອງ ໄຊບົວທອງ ແຂວງຄຳມ່ວນ 27/2/23 ຕອນບ່າຍມື້ນີ້. ຄົນໃນລົດ ມີຈຳນວນ 10 ປາຍຄົນ, ເພາະພ້ອມກັນຂຶ້ນລົດກັບມາງານດອງ ເຮັດໃຫ້ມີຜູ້ ເສຍຊີວິດ ຈຳນວນ 2ຄົນ ແລະ ບາດເຈັບສາຫັດຈຳນວນຫຼາຍ. ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ. ຂໍ້ມູນຈາກ: ລຳເງິນ ອິນໄຊຍະລາດ

ບໍ່ເຊື່ອກໍ່ຕ້ອງເຊື່ອ ເຄັດລັບເສີມດວງຊ່ວຍໃຫ້ຄ້າຂາຍດີຂື້ນ ຊື້ໄດ້ຂາຍໝານຊື້ງ່າຍຂາຍງ່າຍ ເງິນເຂົ້າມາບໍ່ຂາດສາຍ. ນຳເງິນທີ່ມີທ້າຍເປັນເລກ8 ຫຼື ໜ້າ8ຫຼຼັງ8 ແຮ່ງດີ ພ້ອມເຂົ້າສານ21ເມັດ ແລ້ວເອົາໃສ່ໄວ້ໃນກະເປົ່າເປັນເງິນຂັວນຖົງ ຫ້າມເອົາອອກມາໃຊ້ເດັດຂາດຈະຊ່ວຍເສີມການຄ້າຂາຍໃຫ້ມັ່ງຄັ່ງ ເງິນຄຳຫຼັງໄຫຼເຂົ້າມາເປັນຄວາມເຊື່ອສ່ວນບຸກຄົນ ເຮັດແລ້ວໄດ້ຜົນດີ ເລີຍເອົາມາບອກຕໍ່. ຢຸດອ່ານກ່ອນມື້ນີ້ເອົາວິທີບູຊາມາຝາກໃຜທີ່ຍັງບໍ່ເຄີຍເຮັດ ຕ້ອງລອງຈັກເທື່ອວິທີບູຊາ: ນຳເງິນໃບຫຍັງກໍໄດ້ ທີ່ລົງທ້າຍດ້ວຍເລກ 8,6,5,9,1 ( ເເລ້ວເເຕ່ເລີຍວ່າເຮົາຢາກຈະມີໂຊກໃນດ້ານໃດ ) ພ້ອມໃສ່ເຂົ້າສານ 21 ເມັດ

ຈາກຜູ້ໃຊ້ເຟສບຸກຊື່ ອາຈານ ມະຫາຣາຊຄຣູ ຈອມທອງ ມໍເຕີ່ອຸດົມສຸກ ໄດ້ໂພສວ່າ: ອັນນີ້ແມ່ນເຄືອລີ້ນຫມາໄນມັນເປັນຢາດີປະດົງຂໍ່ແລະປະດົງທົ່ວໄປ ວິທີໃຊ້ໃຫ້ເອົາເຄືອໃຫຍ່ທໍ່ດ້າມພ້າມາຝັກຕາກແດດແລ້ວນຳມາຊັ່ງໃຫ້ໄດ້ 2 ຂີດ ບອ່ງໃສ່ເຫລົ້ານຶ່ງແກ້ວ ແລ້ວນຳໄປຝັງໃວ້ເລົ້າເຂົ້າສາມເດືອນ ຈຶ່ງເອົາມາກີນເຊົ້າແລງຄັ້ງລະຈອກເຫລົ້າກອ່ນອາຫານ 30 ນາທີ ກີນໄປປະມານນຶ່ງອາທິດຮູ້ຜົນດີໂລດປານປິດຖີ້ມ ດີແລ້ວດີເລີຍ ມີຜູ້ໃຊ້ຈິງມາແລ້ວຈຶ່ງລົງບອກເພື່ອເປັນວິທຍາທານສືບຕໍ່ໄປແລ… ແຫລ່ງທີ່ມາ:

ຮືຮາໂຊຊ່ຽວ..!!ເຈົ້າຂອງຮ້ານຄຳ ປະກາດຊອກເມຍໃຫ້ລູກຊາຍ ຖ້າຖືກໃຈ ໃຫ້ຄຳອີກ 40 ບາດ. ຈາກໂພສ ห้างทองหวังเงินไทย- เจ๊กุ้ง ໄດ້ໂພສໃນວັນທີ 8 ກຸມພາ 2022 ວ່າ: ປະກາດຕາມຫາລູກໄພ້ ເປີດຮັບສະໝັກລູກໄພ້ກົກ ໃຜໄດ້ໃຈລູກຊາຍແມ່ກຸ້ງ ຮັບແຊດນີ່ເລີຍ… ສາຍຄໍ 20 ບາດສາຍແຂນ 10 ບາດສາຍແຂນ 10 ບາດແຕ່ໃຜຢາກຊື້ຢາກໄດ້ແຊັດ

ເປັນພາບແບບໃຫ້ກໍາລັງໃຈ ເຫັນແລ້ວຖກືໃຈຜູ້ຍິງ. ທີ່ຝ່າຍຊາຍຊື້ຄໍາ ເອົາເງິນ ໂທລະສັບ ກະເປົາ ລົດ ໃຫ້. ແບບນີ້ນ້ອຍໃຈ ຄຽດສໍ່າໃດ ກໍດີບອກແບບໃດກໍເຊື່ອຟັງນົບເຊົ້ານົບແລງ. ຈົງເປແບບລາຊາ ແລ້ວກັບມາກິນມາມ້າ …ໂມເມັ້ນແບບນີ້ຢາກມີເດ້.

ເຄື່ອງດື່ມເອວກໍຮໍເປັນສິ່ງທີ່ຂາດບໍ່ໄດ້ໃນການສະເຫຼີມສະຫຼອງ ຫຼື ປາຕີ້ ບໍ່ວ່າຈະເທດສະການໃດໆກໍຕ້ອງມີເຄື່ອງດື່ມແອວກໍຮໍ ເພື່ອ ຊ່ວຍໃຫ້ບັນຍາກາດໃນງານມ່ວນຫຼາຍຍິ່ງຂຶ້ນ ແຕ່ຮູ້ບໍ່ວ່າ ການດື່ມເຄື່ອງດື່ມແອວກໍຮໍໃນປະລິມານທີ່ຫຼາຍ ແລະ ໄວເກີນໄປ ອາດ ເຮັດໃຫ້ເກີດພາວະແອວກໍຮໍເປັນພິດ ເຊິ່ງມີຄວາມຮຸນແຮງເຖິງຂັ້ນເສຍຊີວິດໄດ້ອາການ ແລະ ສັນຍານເຕືອນ ຂອງແອວກໍຮໍເປັນພິດ ທີ່ຕ້ອງຮູ້ໄວ້ເພື່ອປ້ອງກັນ ບໍ່ສະນັ້ນອາດເປັນອັນຕະລາຍຕໍ່ໂຕຂອງທ່ານໄດ້. • ຮາກຫຼາຍ• ບໍ່ສາມາດຊົງໂຕໄດ້ (ຍ່າງເຊ)• ນອນຫຼາຍກວ່າປົກກະຕິ. • ຮູ້ສຶກໂຕແຕ່ບໍ່ສາມາດຕອບສະຫນອງໄດ້•