#ລີກເວັ້ນເສັ້ນທາງ13ໃຕ້ການສັນຈອນຢຸດຊົວຄາວວັນທີ່31/7/2021ເກີດເຫດລົດບັນທຸກຕຳຂົວ. ບ້ານໂລທີ່ປາກຊັນແຂວງບໍລິຄຳໄຊ ເຮັດໃຫ້ການສັນຈອນໄປມາບໍ່ໄດ້ ຜູ້ຂັບລົດເປັນຄົນຫວຽດນາມ ອາການບາດເຈັບເລັກໜ້ອຍ. ນຳສົ່ງໄປໂຮງແລ້ວ ທ່ານໃດທີ່ກຳລັງຈະເດີນທາງໄປທາງເລກ13ໃຕ້ ຂໍໃຫ້ລີກລຽງກ່ອນ ເພື່ອບໍ່ເປັນການເສຍເວລາ #ທີ່ມາ:ທັນເລື້ອງທັນເຫດການ.
Month: July 2021

ອີງຕາມການຖະແຫລງຂ່າວ ຂອງ ທ່ານ ພັທ ພອນໃຈ ພາມຸງຄົນ ຮອງຫົວໜ້າ ກອງບັນຊາກອງ ປກສ ເມືອງຈັນທະບູລີ ໃນວັນທີ 30 ກໍລະກົດ 2021 ໃຫ້ຮູ້ວ່າ: ຕົ້ນເດືອນ ມີນາ 2021 ທີ່ຜ່ານມາ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຈໍານວນຫລາຍວ່າຖືກ ນາງ ວັນນະພອນ ສໍ້ໂກງຊັບໄປ. ຫລັງຈາກນັ້ນເຈົ້າໜ້າທີ່ຕໍາຫລວດຈຶ່ງໄດ້ດຳເນີນການ ເກັບກຳຂໍ້ມູນຫລັກຖານຢ່າງລະອຽດຊັດເຈນ

ເຫັນຄິບນີ້ລະນໍ້າຕາໄຫລເລີຍ ນ້ອງບໍ່ສົມບູນແບບຄືຄົນອື່ນ. ແຕ່ນ້ອງກະສູ້ຕັ້ງໃຈຮຽນຈົນຈົບ? ຊົມຄຼິບ.

ມື້ນີ້ຈະລາຍງານການຕິດ ເ ຊື້ອ ໂ ຄ ວ ິດ ຂອງຫນ່ວຍສະເພາະກິດ ຢູ່ສປປລາວ ເຊີ່ງລາຍລະອຽດແມ່ນມີດັ່ງລຸ່ມນີ້. ຈາກຜົນກວດເຊື້ອຫລືເກັບຕົວຢ່າງມື້ວານນີ້ ມີທັງຫມົດແມ່ນ 2584 ຕົວຢ່າງ, ເຊີ່ງໃນນັ້ນກວດພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ 380 ຄົນ.(ນຳເຂົ້າ 376 ຄົນ,ຊຸມຊົນ 4 ຄົນ.)! ຜູ້ຕິດເຊື້ອສະສົມ 5434 ທັງໝົດ, ເສຍຊີວິດສະສົມ

#ຈາກການທີ່ ຕມ.ຈວ.ມຸກດາຫານລະບຸວ່າ: ຕາມທີ່ມີການແຊຣ໌ຂໍ້ຄວາມໃນສື່ສັງຄົມອອນລາຍໂດຍລະບຸວ່າ ຄົນຕ່າງດ້າວສັນຊາດລາວທີ່ເດີນທາງກັບປະເທດ ຜ່ານຊ່ອງທາງ ຕມ.ຈັງຫວັດມຸກດາຫານ ຖືກຍືດໂທລະສັບມືຖື ແລະ ມີການເກັບເງີນຄົນລະ 1,000 – 2,000 ບາດນັ້ນ. #ຕມ.ຈັງຫວັດມຸກດາຫານ ອອກມາຊີ້ແຈງຂໍ້ເທັດຈິງແລ້ວ ເລື່ອງດຣາມ່າໃນສື່ສັງຄົມອອນລາຍ (ລາວ) *ງານສົ່ງກັບຄົນຕ່າງດ້າວ ຕມ.ຈັງຫວັດມຸກດາຫານ ຂໍຊີ້ແຈງຂໍ້ເທັດຈິງດັ່ງນີ້: 1. ກໍລະນີການຍືດໂທລະສັບມືຖື ສືບເນື່ອງຈາກສະຖານະການທີ່ ທີ່ຄົນຕ່າງດ້ວສັນຊາດລາວເຂົ້າມາຕິດຕໍ່ເພື່ອເດີນທາງກັບດັ່ງກ່າວມີຄົນຕ່າງດ້າວສັນຊາດລາວມາລວມກັນເປັນຈຳນວນຫລາຍ (ວັນລະ

ແຂວງວຽງຈັນ ຮັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ 39 ຄົນ ທີ່ກັກຕົວຢູ່ ຫລັກ 27 ຂປລ. ໃນວັນທີ 29 ກໍລະກົດ 2021 ແຂວງວຽງຈັນ ໄດ້ຮັບແຮງງານ ທີ່ເປັນພົນລະເມືອງຂອງແຂວງ ທີ່ກັບມາຈາກປະເທດເພື່ອນບ້ານ ຈໍານວນ 39 ຄົນ, ຍິງ 21 ຄົນ ທີ່ກັກຕົວສູນກັກກັນ ຫລັກ 27ມາສືບຕໍ່ກັກບໍລິເວນຢູ່ແຂວງຂອງຕົນ.

RIP ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ຕິດເຊື້ອໂຄວິດ19 ທີ່ປະເທດອີນເດຍ ໄດ້ມໍລະນະພາບແລ້ວ ເວລາ 20:00 ໂມງ, ຂອງວັນທີ 29 ກໍລະກົດ 2021ສ່ວນພິທີຊາປະນະກິດ ແມ່ນທາງຄະນະສະເພາະກິດ ຂອງປະເທດອີນເດຍດຳເນີນການຕາມຂັ້ນຕອນວິຊາການຂອງຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ19 ສຳລັບພິທີເກັບອັດຖິ ແລະ ພິທີເຮັດບຸນ ຖວາຍສັງຄະທານ ແຈກເຂົ້າຫາພຣະອາຈານ ສຸກມີໄຊ ສີສຸກຂະລາດ ແມ່ນຄະນະສົງວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ

ໃນຄືນວັນທີ 29 ຈົນຮອດເຊົ້າວັນທີ 30 ກໍລະກົດ 2021 ນີ້ໄດ້ເກີດມີຝົນຕົກໜັກແກ່ຍາວເປັນເວລາຫຼາຍຊົ່ວໂມງ. ເຮັດໃຫ້ແມ່ນ້ຳຄານໄດ້ເພີ່ມຂຶ້ນຢ່າງໄວວາ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຖະໜົນຫົນທາງ, ນ້ຳຖ້ວມເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນຂອງປະຊາຊົນ ໂດຍສະເພາະເຂດບ້ານສຳພັນທອງ, ບ້ານເມືອງຮ້ຽມ, ບ້ານທາດຮ້ຽມ, ບ້ານນາທວນ, ບ້ານນາວຽງ, ບ້ານແທ່ນຮິ້ງ ແລະ ບ້ານອື່ນໆ. ທີ່ຢູ່ແລບຕາມສາຍນ້ຳຄານ ເມືອງຮ້ຽມ ແຂວງຫົວພັນ, ຕໍ່ກັບສະພາບການດັ່ງກ່າວໃນເບື້ອງຕົ້ນການນຳຂອງເມືອງໄດ້ສົບທົບກັບກຳລັງປ້ອງກັນຊາດ (ກອງພັນ 585)

ວັນທີ 30/07/2021 ແຂວງ ຈຳປາສັກມີຜູ້ເສຍຊີວິດ 1 ຄົນ ຈາກພະຍາດໂຄວິດ-19 ກໍລະນີທີ 7 ຂອງ ສປປ ລາວ. ອີງຕາມການຖະແຫຼງຂ່າວ ໃນວັນ 30/07/2021 ຂອງ ທ່ານ ດຣ ວຽງສີ ສຸພັກດີ #ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄ

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງສາລະວັນ ຈໍານວນ 3 ຄົນ ໄດ້ຮັບການປີ່ນປົວຫາຍດີ ແລະ ຈັດສົ່ງກັບບ້ານແລ້ວ ຄື: ຜູ້ທີ1: ເພດຊາຍ ອາຍຸ 27 ປີ ບ້ານຢູ່ປະຈຸບັນ: ບ້ານຫາດດູ່ ເມືອງຄົງເຊໂດນ, ຜູ້ທີ 2: ເພດຊາຍ ອາຍຸ 35 ປີ, ບ້ານສູງ ເມືອງສາລະວັນ