ພໍ່ແມ່ພີ່ນ້ອງໃຜກາຍເມືອທາງໃຕ້ ເຫັນລາວກຳລັງຍ່າງແຄມທາງ ໃຫ້ລາວຂໍຕິດລົດເມືອນຳເດີ ອິຕົນລາວຍ່າງມາແຕ່ວຽງຄົນດຽວໄດ້8ມື້ແລ້ວ. ຫາກະຮອດບ້ານໂພນຈະເລີນ ເມືອງປາກກະດິງ ລາວກຳລັງຍ່າງກັບບ້ານ ບ້ານລາວຢູ່ທ່າແຂກ ຂໍໃຫ້ມີຜູ້ໃຈດີຮັບເມືອຮອດບ້ານຢ່າງປອດໄພເນີ້?? ທີ່ມາ.
Month: June 2021
ມຊ ແຈ້ງເລື່ອງການສອບເສັງຈົບຊັ້ນຂອງນັກສຶກສາປີສຸດທ້າຍ ສົກ 2020-21 ໃຫ້ສຳເລັດ ບໍ່ໃຫ້ກາຍວັນທີ 30 ສິງຫານີ້ ເລື່ອງການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນຂອງນັກສຶກສາປີສຸດທ້າຍຂອງແຕ່ລະຄະນະວິຊາທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສຳລັບສົກສຶກສາ 2020-2021 ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງຝືກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈຳນວນໜຶ່ງບໍ່ສາມາດດຳເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສຳເລັດໄດ້ຕາມເວລາທີ່ກຳນົດໄວ້. ເພື່ອເຮັດໃຫ້ນັກສຶກສາປີສຸດທ້າຍໃນສົກສຶກສາ 2020-2021 ທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນ ໄດ້ສຳເລັດການສຶກສາຕາມກຳນົດເວລາທີ່ປະຕິທິນການສຶກສາມະຫາວິທະຍາໄລແຫ່ງຊາດກຳນົດໄວ້ຄະນະນຳມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດຳເນີນການຂຽນບົດໂຄງການຈົບຊັ້ນໄດ້ສຳເລັດຕາມໄລຍະເວລາທີ່ກຳນົດໄວ້ ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ