ປັດຈຸບັນ ສັງຄົມເຮົາກໍເລີ່ມເຫັນ ແພດອາສາ ແລະ ຄູອາສາ ທີ່ພາກັນອອກເປັນຈຳນວນຫຼາຍ.

ໃນວັນທີ 9 ທັນວາ ນາງ ບຸດສະດີ ໃນນາມຂອງແພດອາສາ ໄດ້ໂພສວ່າ: 4/6/2014 – 9/12/2022 ປັດຈຸບັນນີ້ໄດ້ 8 ປີ 6 ເດືອນແລ້ວ ທີ່ເຮົາໄດ້ເຮັດວຽກຊ່ວຍເຫືຼອສັງຄົມ ພັກ ລັດແຕ່ກະຍັງບໍ່ມີວີແວວວ່າຊິໄດ້ເຂົ້າເປັນພະນັກງານລັດຖະກອນ ໄດ້ກິນເງີນເດືອນນຳເພີ່ນ ມື້ນີ້ກະເລີຍເອົາເຄື່ອງອອກມາເບີ່ງເປັນຄັ້ງສຸດທ້າຍ

ສຳລັບເຄື່ອງອາຊີບແພດພະຍາບານຖ້າຄອບຄົວຂອງເຮົາມີເສັ້ນສາຍມີເງີນຄຳມີຜູ້ຄ້ຳຊູຍູ້ຫນູນມີຜູ້ເບີ່ງເຫັນເຮົາໃນສາຍຕາບາງທີກະອາດຊິໄດ້ກິນເງີນເດືອນນຳເພີ່ນແລ້ວແຕ່ກະບໍ່ໄດ້ໂທດຄອບຄົວພໍ່ແມ່ອ້າຍເອື້ອຍເພາະເພີ່ນກະໄດ້ຊ່ວຍເຮົາເຕັມທີແລ້ວຢາງນ້ອຍເຮົາກະໄດ້ມີຄວາມຮູ້ມີປະສົບການຈາກການເຮັດວຽກເບີ່ງແຍງຊ່ວຍເຫຼຶອຄົນອື່ນ


ຜ່ານມາເຖິງວ່າຊິລຳບາກຫຍຸ້ງຍາກບໍ່ມີເວລາເບີ່ງແຍງຄອບຄົວແລະລູກອົດລັບອົດນອນບາງທີບໍ່ມີຮອດເວລາຊິກິນເຂົ້າກິນນ້ຳແຕ່ກະພູມໃຈໃນຫນ້າທີທີ່ຮຽນມາຢ່າງນ້ອຍເຮົາກະມີຄວາມຮູ້ຕິດໂຕເພື່ອເບີ່ງແຍງພໍ່ແມ່ອ້າຍເອື້ອຍໃນເວລາເຈັບໄຂ້ເຖິງວ່າຄວາມຮູ້ຊິບໍ່ສູງແຕ່ກະພໍແກ້ໄຂໃນຍາມສຸກເສີນ(ເສຍດາຍວັນເວລາທີຜ່ານມາ).
ຍ້ອນຫຍັງ ແພດອາສາ ແລະ ຄູອາສາ ທີ່ເຮັດວຽກມາເປັນເວລາດົນແບບນີ້ ຈຶ່ງບໍ່ໄດ້ເຂົ້າລັດຖະກອນ.
ແຫລ່ງທີ່ມາ:
