ຕົ້ນໄມ້ຍີ່ງແກ່ຍີ່ງມີຮາກຫຼາຍ
ດັ່ງພໍ່ແມ່ທີ່ແກຊະລາ ກໍຍີ່ງເປັນຄົນເວົ້າຫຼາຍ.
ຄຳບູຮານຈີນໄດ້ກ່າວວ່າ.

ໃນບ້ານມີໜື່ງຜູ້ຊະລາ ເໝືອນມີສີ່ງລໍ້າຄ່າ.
ຢ່າເບີ່ງພໍ່ແມ່ເປັນພຽງຄົນ ຄ່ອຍສັງເກດເຮືອນຊານ ຄົນເຝົ້າເຮືອນຊານນັ້ນ.
ຄົນເຝົ້າບ້ານຄົນນີ້ ເປັນຄົນສອນໃຫ້ເວົ້າຍາມໃສ່ບາດພະໃສ່ດ້ວຍຈິດນອບນ້ອມ.
ຍາມໃສ່ບາດພະພໍ່ແມ່ ໃສ່ດ້ວຍໃຈນອບນ້ອມຫຼືບໍ່.
ພໍ່ແມ່ຍາມເອີ້ນລູກຫຼານກິນເຂົ້າ ເອີ້ນດ້ວຍສຽງອ່ອນຫວານ.
ຍາມເຈົ້າເອີ້ນພໍ່ແມ່ກິນເຂົ້າ ເອີ້ນດ້ວຍນ້ຳສຽງແບບໃດ?
ນະບັດນີ້ຄົນທີ່ເຄີຍສຳຄັນທີ່ສຸດໃນຊີວິດ.

ຍັງສຳຄັນທີ່ສຸດໃນໃຈເຈົ້າຫຼືບໍ່ ຫຼື ກາຍເປັນພຽງຄົນເຝົ້າບ້ານ ຄ່ອຍສັງເກດເຮືອນຊານເທົ່ານັ້ນ.
ຄວາມພາກພູມໃຈທີ່ທ່ານມີ ເຈົ້າທຳລາຍ ຫຼື ບໍ່.
ສະນັ້ນລູກໆ ທັງຫຼາຍຢ່າເບີ່ງພໍ່ແມ່ ເປັນພຽງຄົນເຝົ້າບ້ານ.
ເພາະທ່ານມີບຸນຄຸນມະຫານແກ່ເຈົ້າ ໃຫ້ກຳເນີດ ໃຫ້ຊີວິດ.
ໃຫ້ຄຳສິດສອນ ໃຫ້ລູກຢູ່ດີມີຄວາມສຸກ.
ບຸນຄຸນທ່ານນັ້ນມີຫຼາຍເຫຼືອລົ້ນຊາດນີ້ອາດໃຊ້ບໍ່ໝົດຈົ່ງລ້ຽງດູພໍ່ແມ່ໃຫ້ດີທີ່ສຸດ
ຕອນທີ່ຍັງມີໂອກາດ ເພາະທ່ານກໍປຽບເໝືອນພຣະອໍລະຫັນໃນບ້ານ.
ຍີ່ງເຮັດດີເທົ່າໃດຍີ່ງໄດ້ບຸນ ເທົ່ານັ້ນ ກັບທ່ານ.