#9ຂໍ້ຄິດ ທີ່ຄວນເຂົ້າໃຈ ກ່ອນທີ່ຈະຕັດສິນໃຈ ແຕ່ງງານ.
1. ເຮົາຈະຕ້ອງນອນກັບຄົນທີ່ຢູ່ຂ້າງໆໄປທັງຊີວິດ2. ເຮົາຈະຕ້ອງເຂົ້ໃຈວ່າ ການຜິດຖຽງກັນ ມັນຄືກັບລົມຫາຍໃຈ ບໍ່ແມ່ນລິ້ນກັບແຂ້ວກັດກັນໃຫ້ເລືອດອອກ.

3. ເຮົາຈະຕ້ອງເຂົ້າໃຈວ່າບົດສົນທະນາທີ່ຫລຸດລົງເປັນເລື່ອງປົກກະຕິ ບໍ່ຕ້ອງພະຍາຍາມລົມກັນຢູ່ຫັນ4. ເຮົາຈະຕ້ອງເຂົ້າໃຈວ່າ ເຮົາອາດຈະລືມວັນຄົບຮອບມື້ແຕ່ງງານ ແຕ່ຢ່າໄດ້ຫຍ່າກັນເພາະດັນລືມມື້ນັ້ນຂອງປີ.

5. ເຮົາຈະຕ້ອງເຂົ້າໃຈວ່າ ຊີວິດບໍ່ໄດ້ມີແຕ່ຄວາມສຸກ ມັນມີນ້ຳຕາກ່ອນກັບໄປກອດກັນສະເໝີ6. ເຮົາຕ້ອງເຂົ້າໃຈວ່າ ຄົນເຖົ້າທີ່ຈູງມືກັນຍ່າງ ຕອນຍ່າງບໍ່ໄຫວ ເຂົາຜິດຖຽງຈົນນັບບໍ່ຖ້ວນ.

7. ບໍ່ມີຊັບສິນໃດ ເປັນຂອງຂ້ອຍຄົນດຽວອີກຕໍ່ໄປ ມັນຄືຂອງພວກເຮົາ8. ເຮົາຕ້ອງເຂົ້າໃຈວ່າ ເມຍຈະຫ່ຽວ ຜົວຈະຫ່ຽວ ແຕ່ເຮົາຕ້ອງຫ່ຽວໄປພ້ອມກັນ.

9. ຈົ່ງຍອມເມຍໃຫ້ເປັນ ຢ່າຄິດຖຽງເມຍ ເພື່ອໃຫ້ຊະນະ