ປູກແລ້ວດີ ມີແຕ່ໂຊກ ຫວ້ານມະຫາລວຍ ຫວ້ານມຸງຄຸນເສີມໂຊກລາບ.

ຫວ້ານມະຫາລວຍ ປູກແນວໃດ ກະມີແຕ່ລວຍກັບລວຍ ເຮືອນໃຜປູກແນ່ ທຸກມື້ນີ້ຖ້າສິ່ງໃດເຮັດແລ້ວດີ ບໍ່ສ້າງຄວາມເດືອດຮ້ອນ ກະຂໍລອງເຮັດເບິ່ງ ໂດຍມື້ນີ້ເຮົາມີເລື່ອງດີໆມາຝາກ ຮຽກໄດ້ວ່າ ຮູ້ກ່ອນລວຍກ່ອນ ລອງເຮັດເບິ່ງເດີ.
ຫວ້ານມະຫາລວຍ (Giant Squill) ຈັດເປັນຫວ້ານ ມຸງຄຸນເສີມໂຊກລາບ ໂດຍມີຄວາມເຊື່ອວ່າ ຈະຊ່ວຍຄໍ້າຊູຄວາມລວຍ ໂຊກລາບ ເອີ້ນເງິນຄຳ ຮ່ວມເຖິງກິດຈະການງານ ແລະການຄ້າຂາຍໃຫ້ມັ່ງໃຫ້ມີຫລາຍຂຶ້ນ ນິຍົມປູກປະດັບໃນໂຖປະດັບໄວ້ຫນ້າເຮືອນ ແລະໃນອາຄານ ຫລືບ່ອນເຮັດວຽກ ເຂົ້າກັບຄົນທີ່ເຮັດຄ້າຂາຍ ແລະນັກທຸລະກິດ ແລະຜູ້ທີ່ໃຫ້ຄວາມສົນໃຈທົ່ງໄປ.

ວັນມຸງຄຸນໃນການປູກ ແລະທິດມຸງຄຸນ ແນະນຳໃຫ້ປູກວັນອັງຄານ ຊ້າງຂຶ້ນເດືອນ 6 ເປັນຊ່ວງທີ່ເກີດຂຶ້ນລະຫວ່າງຄືນ ເດືອນມືດ ຈົນຮອດຄືນວັນເພັງ ໂດຍໃຊ້ເບື້ອງແຈ້ງສະຫວ່າງຂອງດວງເດືອນ ເປັນໂຕກຳນົດ ຖ້າບໍ່ສະດວກກໍສາມາດປູກໃນວັນອັງຄານຂຶ້ນເດືອນໃດກໍໄດ້ ຫລືຈະປູກໃນວັນພຸດ ສຳຫລັບທິດມຸງຄຸນ ແລະຕຳແຫນ່ງການຈັດມ້ຽນ ໃຫ້ຫັນໄປທາງທິດຕາເວັນອອກ.

ຫລືທິດເຫນືອຂອງເຮືອນ ຫລືຖ້າວາງເປັນໂຖຢູ່ໂຕະເຮັດວຽກ ໃຫ້ວາງໄວໃນທິດຕາເວັນອອກ ເພື່ອຊ່ວຍດຶງດູດເລື່ອງເງິນຄຳ ໂຊລາບ ໃຫ້ຫົດນໍ້າກ່ອນຕາເວັນຂຶ້ນ ຫລືຫລັງຕາເວັກຕົກດິນ ບໍ່ຄວນຫົດຫລາຍ ເພາະຈະເຮັດໃຫ້ຫວ້ານແຫ່ວຕາຍ ແລະສົ່ງຜົນເຮັດໃຫ້ໂຊກສະຕາ ຫລືສິ່ງດີໆຫາຍຈາກເຮົາໄປນຳ