ຕົ້ນຝາງ ເປັນພືດສະໝຸນໄພທີ່ຄົນບູຮານໃຊ້ມາດົນ ເປັນຢາບຳລຸງເລືອດສຳລັບຜູ້ຍິງ ຂັບປະຈຳເດືອນ ແກ້ຮ້ອນໃນ.

ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແກ້ກະຫາຍນ້ຳ ແກ້ອາການເລືອດອອກພາຍໃນອະ ໄວຍະວະຕ່າງໆຝາງມີສານສຳຄັນຫຼາຍຊະນິດທີ່ມີລິດຕ້ານອະນຸມູນອິດສະຫຼະ ຕ້ານການອັກເສບ.

ແລະ ເພີ່ມຄວາມແຂງແຮງໃຫ້ກັບລະບົບພູມຄຸ້ມກັນຂອງຮ່າງກາຍ ນ້ຳສະໝຸນໄພຝາງ ຈຶ່ງເໝາະສຳລັບຜູ້ທີ່ຕ້ອງການບຳລຸງຮ່າງກາຍ ບຳລຸງເລືອດ
ສ່ວນປະກອບ : ແກ່ນໄມ້ຝາງ 1-2 ຊິ້ນ ດອກມະລິ 10 ດອກ ນ້ຳສະອາດ 1 ລີດ.

ວິທີເຮັດ : ນຳນ້ຳໃສ່ໝໍ້ຕັ້ງໄຟ ໃສ່ແກ່ນໄມ້ຝາງລົງຕົ້ມຈົນເດືອດ ຈະໄດ້ນ້ຳສີຊົມພູອົມສົ້ມ ຈາກນັ້ນໃສ່ດອກມະລິລົງໄປເພື່ອໃຫ້ເກີດກິ່ນຫອມ ຍົກລົງຈາກເຕົາ ກອງເອົາກາກອອກຈາກນັ້ນຖິ້ມໄວ້ໃຫ້ເຢັນ ເວລາດື່ມສາມາດເຕີມນ້ຳເຜີ້ງຫຼືນ້ຳຕານໄດ້ຕາມໃຈ.

ດື່ມໃສ່ນ້ຳແຂງກໍ່ເຢັນຊື່ນໃຈ ຫຼື ຖ້າມັກດື່ມຊາກໍ່ຊົງເປັນຊາດື່ມຮ້ອນໆ ກໍ່ໄດ້ ທັງນີ້ ສາມາດໃຊ້ສະໝຸນໄພອື່ນໆ ເພື່ອແຕ່ງກິນແທນດອກມະລິໄດ້ ເຊັ່ນ ໃບເຕີຍ