ຂໍສະແດງຄວາມຍິນດີ ມາຍັງ ທ້າວ ອານຸໄຊ ຟອງມະນີ ຈາກ ນະຄອນຫຼວງວຽງຈັນ ຮຽນຈົບຈາກຄະນະວິສະວະກຳສາດ ພາກວິຊາວິສະວະກຳຄອມພິວເຕີ.

? ? ຂໍສະແດງຄວາມຍິນດີ ມາຍັງ ທ້າວ ອານຸໄຊ ຟອງມະນີ ຈາກ ນະຄອນຫຼວງວຽງຈັນ ຮຽນຈົບຈາກຄະນະວິສະວະກຳສາດ ພາກວິຊາວິສະວະກຳຄອມພິວເຕີ.

ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ສາຂາວິຊາ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມຮັບໃບປະກາດແດງ ເປັນຜູ້ທີ 2 ຂອງພາກ.

ອານຸໄຊ ໃຫ້ສໍາພາດ ຕໍ່ທີມງານ Lao Youth Radio FM 90.0 MHz ວ່າ ພາຍຫຼັງຮຽນຈົບແລ້ວ ຖ້າມີໂອກາດ ກໍ່ຢາກຈະສຶກສາຕໍ່ສຶກສາ ໃນລະດັບ ປະລິຍາໂທ ຫຼື ສູງໄປກວ່ານັ້ນກໍຄືຈົບ ປະລິນຍາເອກ ຕາມຄວາມຕັ້ງໃຈຂອງຕົນເອງທີ່ວາງໄວ້ ໂດຍນ້ອວມີຄວາມຕັ້ງໃຈ ວ່າຢາກເປັນພະນັກງານສັງກັດລັດ ແລະ ຢາກນຳເອົາຄວາມຮູ້ທີ່ໄດ້ຈາກການສຶກສາທີ່ຜ່ານມາ ເຂົ້າໄປໃຊ້ໃນວຽກງານທີ່ກ່ຽວຂ້ອງກັບໄອທີ ການປ້ອງກັນລະບົບຄວາມປອດໄພທາງຄອມພິວເຕີ ຫຼື ໄຊເບີຊິຄິວລິຕີ ເຊີ່ງປັດຈຸບັນນີ້ ເປັນສີ່ງທີ່ສຳຄັນຫຼາຍໃນວຽກງານໄອທີ ເພາະໄດ້ມີກຸ່ມຄົນຈຳນວນໜື່ງທີ່ໃຊ້ລະບົບຄອມພິວເຕີໃນທາງທີ່ຜິດເຊັ່ນ ການແຮັກຂໍ້ມູນຕ່າງໆ ເຮັດໃຫ້ຜູ້ອື່ນສູນເສຍຊື່ສຽງ ແລະ ຊັບສິນເງິນຄຳ.

ເມື່ອຖາມເຖິງ ເຄັດລັບໃນການໄດ້ໃບປະກາດແດງ ອານຸໄຊ ຕອບວ່າ ລາວໄດ້ພະຍາມຍາມຈັດແບ່ງເວລາຮຽນ ແລະ ເວລາພັກຜ່ອນໃຫ້ເປັນລະບົບຢ່າງເໝາະສົມ ມີເວລາຮຽນແດ່ ມີເວລາພັກຜ່ອນແດ່ ຕັ້ງໃຈຮ່ຳຮຽນໃນເວລາທີ່ອາຈານສິດສອນ ບໍ່ເຂົ້າໃຈຫຍັງກໍຖາມເພີ່ນ ຫຼື ຖ້າຢູ່ໂຮງຮຽນເຂົ້າໃຈບົດຮຽນແຕ່ກັບເມືອບ້ານພັດລືມ ກໍຈະແຊັດຖາມອາຈານໃນເວລານອກຊົ່ວໂມງຮຽນຕື່ມ ເພື່ອຈະໄດ້ເຂົ້າໃຈບົດຮຽນໃນສ່ວນນັ້ນ.

ອານຸໄຊ ກ່າວຕື່ມວ່າ ບາງເທື່ອກໍ່ຕ້ອງໄດ້ຊອກຮູ້ດ້ວຍຕົນເອງ ບໍ່ວ່າຈະເປັນການຊອກຮູ້ຮ່ຳຮຽນ ບົດຮຽນໃນຫ້ອງສະໝຸດ ຫຼື ບົດຮຽນທີ່ໄດ້ຈາກຄູອາຈານ ສ່ວນນຳສື່ສັງຄົນອອນລາຍຈະເປັນ Google, Youtube, Facebook ແລະ ອື່ນໆ ເຊີ່ງ ອານຸໄຊ ຈະຈັດລຽງລໍາດັບການຮຽນ ວ່າວິຊາໃດສໍາຄັນທີ່ສຸດ ແລະ ວິຊາໃດສຳຄັນຮອງລົງມາ. ອີກຢ່າງໜຶ່ງ ເລື່ອງການເບີ່ງແຍງສຸຂະພາບກໍເປັນສີ່ງທີ່ສຳຄັນຫຼາຍ ເຊີ່ງນ້ອງ ອານຸໄຊ ກ່າວວ່າ ຕົນເອງກໍເປັນຄົນໜື່ງທີ່ມັກຮັກໃນການຫຼິ້ນກິລາບານສົ່ງ ເວລາຫວ່າງ ກໍຫຼີ້ນກິລາບານສົ່ງເພື່ອຜ່ອນຄາຍຫຼັງຈາກການຮຽນ ຈົນຕົນເອງໄດ້ກາຍເປັນນັກກິລາຂອງທີມຄະນະວິສະວະກຳສາດ.

ອານຸໄຊ ຍອມຮັບວ່າ ເວລາຮຽນກໍອາດຈະຕ້ອງໄດ້ພົບກັບຄວາມຫຍຸ້ງຍາກຫຼາຍໆຢ່າງ ແຕ່ເຮົາກໍຕ້ອງໄດ້ອົນທົນ ຜ່ານຜ່າອຸປະສັກຕ່າງໆ ທີ່ເກີດຂື້ນ. ຕ້ອງຂໍຂອບໃຈນຳພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເຊີ່ງເປັນບ່ອນທີ່ນ້ອງຮຽນ ຕະຫຼອດໄລຍະເວລາ 4 ປີ.

ຂອບໃຈນຳຄູອາຈານທຸກໆທ່ານທີ່ໃຫ້ການສິດສອນຖ່າຍທອດຄວາມຮູ້ ແລະ ແນະນຳສີ່ງດີໆໃຫ້ແກ່ນ້ອງ ຜູ້ທີ່ຢູ່ເບື້ອງຫຼັງຄວາມສຳເລັດໃນຄັ້ງນີ້ກໍຄືຄອບຄົບ ພໍ່ເມ່ອ້າຍເອື້ອຍນ້ອງ ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນທີ່ຄ່ອຍໃຫ້ການຊ່ວຍເຫຼືອ ເຊີ່ງເປັນກຳລັງໃຈທີ່ດີທີ່ເຮັດໃຫ້ເຮົາອົດທົນ ຜ່າຜ່າອຸປະສັກ ແລະ ສຶກສາຄົ້ນຄວ້າຮ່ຳຮຽນຈົນປະສົບຜົນສຳເລັດ.

ສຸດທ້າຍນີ້ ອານຸໄຊ ຢາກຝາກເຖິງນ້ອງໆທີ່ກຳລັງສຶກສາຮ່ຳຮຽນ ບໍ່ວ່າຈະເປັນຊັ້ນມັດທະຍົມສຶກສາ, ລະດັບວິທະຍາໄລ ຫຼື ມະຫາວິທະຍາໄລ ຂໍໃຫ້ນ້ອງຕັ້ງໃຈສຶກສາຄົ້ນຄວ້າຮ່ຳຮຽນ ຕັ້ງເປົ້າໝາຍຕົ້ນເອງໄວ້ ແລະ ລົງມືເຮັດ ຜົນສຳເລັດກໍບໍ່ໄກຢ່າງທີ່ຄິດ.

“ຕັ້ງໃຈ ລົງມືເຮັດ ຜົນສຳເລັດ ຢູ່ໃກ້ໜ້ອຍດຽວ”

ທີມງານ FM 90 ລາຍງານ

Related Posts

Leave a Reply

Your email address will not be published. Required fields are marked *