ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ -ວຽງຈັນ.

ອີງຕາມແຈ້ງການ ຈາກການບິນລາວ ສະບັບເລກທີ 255/ກບລ ລົງວັນທີ 30 ກັນຍາ 2022 ໃຫ້ຮູ້ວ່າ:

ຈະໄດ້ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ -ວຽງຈັນ ຜູ້ອໍານວຍການໃຫ່ຍ ລັດວິສາຫະກິດການບິນລາວ ຂໍຖືເປັນກຽດແຈ້ງມາຍັງບັນດາພະແນກການຕ່າງໆ,

ສາຂາພາຍ ໃນ ແລະ ສາຂາຕ່າງປະເທດ ຊາບວ່າ : ພວກເຮົາຈະຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ.

ເລີ່ມແຕ່ວັນທີ 05 ຕຸລາ 2012 ເປັນຕົ້ນໄປ ເນື່ອງຈາກວ່າຈໍານວນໂດຍສານທີ່ເດີນທາງນໍາຖ້ຽວບິນດັ່ງກ່າວ

ຫຼຸດລົງສະເລ່ຍອັດຕາສ່ວນຕໍ່ຕັ້ງ ປະມານ 41% (Load Factor 41 %) ນັບຕັ້ງແຕ່ເລີ່ມເປີດນໍາໃຊ້ບໍລິການລົດໄຟ ລາວ-ຈີນ ຈົນຮອດປັດຈຸບັນ ເຫັນວ່າ ແນວໂນ້ມຂອງຜູ້ໂດສານບໍ່ມີທ່າທີ່ຈະເພີ່ມຂື້ນ

ຖ້າເຮົາສືບຕໍ່ປະຕິບັດຖ້ຽວບິນຕໍ່ໄປກໍ່ຈະເຮັດໃຫ້ເຮົາຫຼຸບທຶນຍ້ອນລາຍຮັບບໍ່ສາມາດຖິ້ມລາຍຈ່າຍໄດ້.

ຂໍເປັນກຳລັງໃຈໃຫ້ທຸກຝ່າຍ!

Related Posts

Leave a Reply

Your email address will not be published. Required fields are marked *