ເກີດຄວາມວຸ້ນວາຍ ໃນລະຫວ່າງ ການ ແຂ່ງຂັນ ກິລາ ບານ ເຕະ ໃນອິນໂດເນເຊຍລີກ ເຮັດໃຫ້ມີຄົນເສຍຊິວິດ ຢ່າງ ໜ້ອຍ 129 ຄົນແລະ ປະມານ 180 ຄົນ ໄດ້ຮັບບາດເຈັບ!!

ເຫດການເກີດຂື້ນເມື່ອແຟນບານທີມເຈົ້າບ້ານ Arema ບໍ່ພໍໃຈຫລັງທີມຮັກຂອງໂຕເອງ ເສຍໃຫ້ ຄູ່ປັບ Persebaya Surabaya ແລ້ວພາກັນແລ່ນລົງ ສະໜາມ ເຈົ້າໜ້າທີ່ພະຍາຍາມຄວບຄຸມ ໂດຍການຍິງ ແກັສນ້ຳຕາ ແຕ່ກັບ ເຮັດໃຫ້ ແຟນບານແຕກ ຕື່ນ ແຟນບານຫລາຍແລ່ນໄປທີ່ໜ້າປະຕູທາງອອກ ເພື່ອ ຫລົບຈາກແກ໊ສນ້ຳຕາ, ບາງຄົນ ຫາຍໃຈ ບໍ່ອອກ ແລະ ຫລາຍຄົນ ແມ່ນຖືກຢຽບ.

34 ຄົນແມ່ນ ເສຍຊີວິດ ໃນສະໜາມ ແລະ ຜູ້ບາດເຈັບຫລາຍກວ່າ 300 ຄົນແມ່ນຖືກສົ່ງໄປ ໂຮງໝໍ ແຕ່ຫລາຍຄົນແມ່ນເສຍຊີວິດ ລະຫວ່າງການເດີນທາງ ແລະ ຄາດວ່າ ຈະມີຜູ້ເສຍຊີວິດ ເພີ່ມຂື້ນອີກ ເນື່ອງຈາກ ຜູ້ບາດເຈັບ 180 ຄົນ ແມ່ນອາການກຳລັງຊຸໂຊມລົງ!

ຢ່າງໃກກໍຕາມ ຕາມກົດການຈັດການແຂ່ງຂັນທີ່ FIFA ລະບຸໃວ້ຄື ບໍ່ອະນຸຍາດ ໃຫ້ ຜູ້ດູແລ ຫລື ຕຳຫຼວດ ໃນ ອາວຸດປືນ ຫລືແກັສນ້ຳຕາໃນການຄວບຄຸມ ແຟນບານຈຳນວນຫລາຍ!!
ທີມເຈົ້າບ້ານArema ອາດຈະຖືກແບນ ຫ້າມໃຫ້ແຟນບ້ານເຂົ້າສະໜາມ ໃນເກມ ລີກ ທີ່ເຫລືອ

ອິນໂດເນເຊຍ ຈະຢຸດແຂ່ງບານລີກ 1 ອາທິດ ເພື່ອສືບສວນສອບສວນ ຫາສາເຫດທີ່ແທ້ຈິງ.
ຊົມຄລິບ.
ທີ່ມາ KeepUp, rte, Reuters, 1news