ລົດຢຽບນ້ຳກະເດັນໃສ່ຄນອື່ນ ມີຄວາມຜິດທັງປັບໄໝທັງຈຳຄຸກ ຖ້າໃຜພົບເຫັນຖ່າຍຮູບປ້າຍລົດໄວ້ ແລະ ແຈ້ງຕຳຫຼວດທັນທີ.
ວັນທີ 23 ສິງຫາ 2022 ບົດຄວາມກ່ຽວກັບກົດໝາຍປະເທດໄທລາຍງານວ່າ ໃນຊ່ວງລະດູຝົນນີ້ຕ້ອງລະມັດລະວັງ ຖ້າໃຜໄປຢຽບນ້ຳແລ້ວກະເດັນໃສ່ຄົນອື່ນນັ້ນມີຄວາມຜິດທາງກົດໝາຍ
ມີຄວາມຜິດສ່ຽງຕິດຄຸກ ການຂັບລົດຢຽບນ້ຳໃສ້ຜູ້ອື່ນ ເປັນການສະແດງໃຫ້ເຫັນເຖິງການຂັບລົດທີ່ບໍ່ຄຳນຶງເຖິງຄວາມປອດໄພ ຫຼື ຄວາມເດືອດຮ້ອນຂອງຜູ້ອື່ນ.
ອ້າງອີງຈາກ ກົດໝາຍປະເທດໄທ ພະລາດຊະບັນຍັດ ຈາລະຈອນທາງບົກ ປີ 1979 ມາດຕາ 43 ຕ້ອງໂທດຈຳຄຸກບໍ່ເກີນ 3 ເດືອນ ຫຼື ປັບໄໝບໍ່ເກີນ 2.000-10.000 ບາດ ແລະ ຫາກມີຊັບສິນເສຍຫາຍຈາກການທີ່ລົດຢຽບນ້ຳກະເດັນໃສ່ ຄົບຂັບມີ.
ຄວາມຜິດຕາມການປະມວນກົດໝາຍອາຍາ ຖານເຮັດໃຫ້ຊັບສິນເສຍຫາຍ ຕາມມາດຕາ 358 ໂທດຕ້ອງຈຳຄຸກບໍ່ເກີນ 3 ປີ ຫຼື ປັບໄໝບໍ່ເກີນ 6.000 ບາດ ຫຼື ທັງປັບໄໝທັງຈຳຄຸກ.ແລະເຮົາຍັງສາມາດ
ເອີ້ນຄ່າເສຍຫາຍຈາກເຈົ້າຂອງລົດໄດ້ ຖ້າຫາກວ່າມີຊັບສິນເສຍຫາຍຈາກການທີ່ລົດຢຽບນ້ຳໃສ່ ຕາມກົດໝາຍມາດຕາ 438 ຂອງປະເທດໄທ.ດັ່ງນັ້ນແລ້ວ
ຖ້າເຮົາພົບກັບສະຖານະການແບບນີ້ ສິ່ງທີ່ຄວນເຮັດທຳອິດກໍ່ຄື ຖ່າຍຮູບລົດ ແລະ ປ້າຍທະບຽນລົດ ຫຼື ຈົດປ້າຍທະບຽນ ແລ້ວນຳເອົາຫຼັກຖານໄປແຈ້ງຕໍ່ຕຳຫຼວດໄດ້.