ສຸດທ້າຍຕ້ອງໄດ້ລາອອກຈາກອາຊິບທີ່ມັກ ຍ້ອນບໍ່ມີຄວາມຫວັງ ເສຍດາຍເງີນຮຽນມາເດ ແມ່ຂາຍງົວ ຂາຍຄວາຍຂາຍໄຮ່ ຂາຍນາ ສົ່ງລູກຮຽນ.

ຄິດວ່າຮຽນມາສິໄດ້ເປັນແພດເປັນໜໍໄດ້ອາຊິບທີ່ໜັ້ນຄົງ ສຸດທ້າຍບໍ່ແມ່ນເຮັດວຽກມາ 7 ປີ ບໍ່ມີຄວາມໜາຍສຸດທ້າຍກະອອກມາເຕະຟຸ່ນຄືເກົ່າ

ເສຍດາຍເງີນຮຽນມາເດ ແມ່ຂາຍງົວ ຂາຍຄວາຍຂາຍໄຮ່ ຂາຍນາ ສົ່ງລູກຮຽນຫວັງຢາກໃຫ້ໄດ້ອາຊີບທີ່ໜັ້ນຄົງ ສຸດທ້າຍກະບໍ່ເປັນຄືຄວາມຫວັງລູກຕ້ອງຂໍໂທດພໍ່ແມ່ທີ່ເຮັດຕາມຄວາມຫວັງບໍ່ໄດ້້

ຝາກໄວ້ໃຜທີ່ຍັງອາສາຢູ່ກະສູ້ຕໍ່ໄປເດີ ເສຍດາຍຄືກັນແຕ່ມັນຈຳເປັນ ວອນທາງຂັ້ນເທີງເຫັນໃຈແນ່ ເຮັດວຽກກະເຮັດຢູ່ບ່ອນນອກໆແລ້ວສີເອົາສ່ຳໃດຈື່ງສິໄດ້ເຂົ້າລັດຖະກອນ.


ຈາກ: Toukta Toukta