ອັດຕະປື ຮຽກຮ້ອງປະຊາຊົນມີສະຕິສູງ ຮັບມືກັບພາຍຸ ໂນຣູ ແລະ ການລະບາຍນໍ້າເຂື່ອນ

ອັດຕະປື ຮຽກຮ້ອງປະຊາຊົນມີສະຕິສູງ ຮັບມືກັບພາຍຸ ໂນຣູ ແລະ ການລະບາຍນໍ້າເຂື່ອນ.

ຂປລ.ທ່ານ. ວິທະຍາ ພົມມະຈັນ ຫົວຫນ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ໄດ້ລາຍງານສະ ພາບການກັກເກັບນໍ້າ ແລະ ການລະບາຍນໍ້າຈາກເຂື່ອນຢູ່ພາຍໃນແຂວງ ອັດຕະປື ທີ່ກໍາລັງຮັບຜົນກະທົບຈາກການພັດຜ່ານຂອງພາຍຸໄຕ້ຝຸ່ນ ໂນຣູ ໃນວັນທີ 28 ກັນຍາ 2022 ເຊິ່ງເຮັດໃຫ້ມີຝົກຕົກຫນັກ, ລົມພັດແຮງ ແລະ ນໍ້າໄຫລຊຸ ສ້າງຄວາມເສຍຫາຍພໍສົມຄວນ.

ໃນຂະນະທີ່ແຂວງ ອັດຕະປື ມີເຂື່ອນໄຟຟ້າ 7 ແຫ່ງ ທີ່ມີຄວາມສາມາດຮອງຮັບ ປະລິມານນໍ້າຝົນ ໃນບໍລິເວນອ່າງເກັບນໍ້າ ຄ່າສະເລ່ຍຂອງການຮັບນໍ້າໃນ 7 ເຂື່ອນ ນັບແຕ່ຊ່ວງເວລາ 8 ໂມງ 00 ນາທີຂອງວັນທີ 28 ກັນຍາ 2022, ນັບແຕ່ພາຍຸໄດ້ເຄື່ອນໂຕເຂົ້າມາ ໄດ້ມີປະລິ ມານນໍ້າເພີ່ມຂຶ້ນຢ່າງໄວໃນ 7 ເຂືີ່ອນ ປະມານ 8.168,5 ແມັດກ້ອນຕໍ່ວິນາທີ ຫລາຍກວ່າປົກກະຕິ ແລະ ການປ່ອຍນໍ້າຂອງບັນດາເຂື່ອນທັງຫມົດ ທີ່ລົງສູ່ແມ່ນໍ້າເຊກະຫມານ ແລະ ເຊກອງ ປະມານ 680,53 ແມັດກ້ອນຕໍ່ວິນາທີ.

ພ້ອມກັນນີ້, ຍັງມີເຂື່ອນຢູ່ແຂວງເຊກອງ ທີ່ເປັນເຂື່ອນມີປະລິມານນໍ້າປ່ອຍລົງສູ່ແມ່ນໍ້າເຊກອງ 2 ເຂື່ອນຄື: ເຂື່ອນຫ້ວຍລໍາພັນໃຫຍ່ ແລະ ເຂື່ອນຫ້ວຍລໍາພັນຕອນລຸ່ມ ເຊິ່ງໄດ້ມີການລະ ບາຍນໍ້າປະມານ 78 ແມັດກ້ອນຕໍ່ວິນາທີ, ສ່ວນວ່າມວນນໍ້າທີມະຫາສານແມ່ນການປ່ອຍນໍ້າ ຈາກເຂື່ອນອາເລື່ອຍ ປະ ເທດ ສສ ຫວຽດນາມ ມີມວນນໍ້າທີ່ປ່ອຍປະມານ 2.500 ແມັດກ້ອນຕໍ່ວິນາທີ ລົງສູ່ແມ່ນໍ້າເຊກອງ.

ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນທົ່ວແຂວງ ອັດຕະປື ໃຫ້ມີຄວາມລະມັດລະວັງ, ກຽມຄວາມພ້ອຮັບມືຕໍ່ກັບສະພາບດັ່ງກ່າວທີ່ອາດຈະເກີດຂຶ້ນໃນຕໍ່ຫນ້າ ໃຫ້ມີສະຕິ, ມີຄວາມພ້ອມຫລາຍດ້ານ ເຊັ່ນ: ດ້ານວັດຖຸອຸປະ ກອນຮັບໃຊ້, ຈິດໃຈ, ເຄື່ອນຍ້າຍສັດລ້ຽງ,ເຄື່ອງຂອງໄປບ່ອນທີ່ສູງ ເພື່ອຄວາມປອດໄພ.

ຢ່າງໃດກໍຕາມ, ບັນດາເຂື່ອນຕ່າງໆທີ່ມີຄູກັນນໍ້າຢູ່ພາຍໃນແຂວງ ອັດຕະປື ແມ່ນຢູ່ໃນສະພາບປົກກະຕິ ແລະ ມີຄວາມປອດໄພ, ບໍ່ໃຫ້ພໍ່ແມ່ປະປະຊາຊົນວິຕົກກັງວົນ,ຢ້ານກົວຈົນເກີນໄປ.

ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ ຢ້ຳຕື່ມວ່າ: ຕໍ່ສະພາບທີ່ໄດ້ປະເຊີນໃນປັດຈຸບັນີ້, ແມ່ນນໍ້ານອງ, ຝົນແຮງຈາກພະຍຸໄຕ້ຝຸ່ນ ໂນຣູ,ຈາກການປ່ອຍນໍ້າເຂື່ອນອາເລື່ອຍ ຈຶ່ງໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ເຝົ້າລະວັງ,

ຕິດຕາມຂ່າວ ສານທີ່ເປັນທາງການ, ມີສະຕິໃນການເສບຂ່າວ, ທຸກໆສະຖານະການທີ່ເກີດຂຶ້ນ ຫນ່ວຍງານຂ່າວສານຂອງແຂວງຈະອັບເດດເປັນແຕ່ລະໄລຍະໃຫ້ຊາບ.

ຂ່າວ: ຊິບປະໄຊ

Related Posts

Leave a Reply

Your email address will not be published. Required fields are marked *