ສະບາຍດີ ພີ່ນ້ອງວຽງຈັນ ສປປ.ລາວ ເຈົ້າ ຂອບໃຈຊຸດລາວຊໍາເໜືອງາມໆ ໃສ່ແລ້ວງາມຫຼາຍ ປະທັບໃຈຫຼາຍ.

ບອກເລີຍວ່າຄັບຄາໜາແໜ້ນ ແຟນຄັບຊາວລາວ ທີ່ມາຮ່ວມງານເປີດໂຕ “ປາແດກເພື່ອນວິນ” ຂອງພໍ່ຄ້າວິນ ທີ່ມີ ຕ່າຍ ອໍລະໄທ ນັກຮ້ອງ ລູກທົ່ງຂັວນໃຈມວນຊົນ ມາຮ່ວມມິນິຄອນເສີດ ສ້າງຄວາມມ່ວນຊື່ນໃຫ້ໄດ້ຊົມ ແລະ ຟັງ ມື້ນີ້ 28 ກັນຍາ 2022 ຢູ່ທີ່ ຕະຫຼາດເຊົ້າມໍ ນະຄອນຫຼວງວຽງຈັນ.

ນອກນັ້ນຍັງມີສິນລະປິນລາວຢ່າງ JaMe Uno, P’Good ກໍໄດ້ຮ່ວມໃນມິນິຄອນເສີດນີ້ເຊັ່ນກັນ ໂດຍໄດ້ໂພສພາບ ແລະ ແຄັບຂັ້ນວ່າ.

“ນັກຮ້ອງທີ່ແມ່ເຖົ້າຂ້ອຍມັກເປີດເພງໃຫ້ຟັງທຸກໆເຊົ້າ” ແຮດແທັກ ພີ່ຕ່າຍອໍລະໄທ ເອື້ອຍຕ່າຍອໍລະໄທໃຜໄດ້ໄປແນ່.

ທາງ ຕ່າຍ ອໍລະໄທ ກໍໂພສ ສະບາຍດີ ພີ່ນ້ອງວຽງຈັນ ສປປ.ລາວ ເຈົ້າ.

ຂອບໃຈຊຸດລາວຊໍາເໜືອງາມໆ ຈາກແມ່ຕິມ, ພໍ່, ແມ່ ຫວ່າຫວາ ແລະ ທຸກຄົນ ທີ່ໃຫ້ຊຸດງາມໝມາຕ້ອນຕ່າຍ ໄດ້ໃສ່ຂຶ້ນເວທີອອກງານ ເປີດໂຕ ນໍ້າປາແດກເພື່ອນວິນ ມື້ນີ້ເດີ້ຈ້າ ໃສ່ແລ້ວງາມຫຼາຍ ປະທັບໃຈຫຼາຍ.

Tai Oratha

Related Posts

Leave a Reply

Your email address will not be published. Required fields are marked *