ລົດຕູ້ຕຳທ້າຍລົດສິບລໍ້ ທີ່ຈອດຕິດໄຟແດງ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫລາຍຄົນ.

ເພຈໜັງສືພິມຂ່າວຣະຢອງ ລາຍງານໃຫ້ຮູ້ວ່າ: ເວລາ 3:30ໂມງ ວັນທີ 26 ກັນຍາ​ 22 ໄດ້ມີລົດຕູ້ຕຳທ້າຍລົດສິບລໍ້ ທີ່ຈອດຕິດໄຟແດງ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫລາຍຄົນ ເຫດເກີດທີ່4ແຍກໄຟແດງກຣະແສບົນ ຖະໜົນບ້ານບຶງ-ແກຼງ ຕຳບົນກຣະແສບົນ ອຳເພີແກຼງ ຈັງຫວັດຣະຢອງ ປະເທດໄທ..

ຈຸດເກີດເຫດ ພົບລົດຕູ້ສີຂາວທະບຽນກຸງເທບຯ ຕຳທ້າຍລົດສິບລໍ້ຈົນດ້ານໜ້າລົດຕູ້ເພຍຸບເຂົ້າໄປຈົນຮອດຫ້ອງໂດຍສານ ພົບຄົນຕິດຢູ່ພາຍໃນລົດຈຳນວນ 15 ຄົນ ຈຶ່ງຊ່ວຍກັນລຳລຽງຜູ້ໄດ້ຮັບບາດເຈັບລົງຈາກລົດ ໂດຍມີຜູ້ເສຍຊີວິດຄາທີ່ 3 ຄົນ ເປັນເພດຍິງທັງໝົດ ແລະ ມີຜູ້ໄດ້ຮັບບາດເຈັບ 12ຄົນເປັນເພດຊາຍ 6 ຄົນ ຈຶ່ງຮີບປະຖົມພະຍາບານເບື້ອງຕົ້ນກ່ອນຈະນຳຕົວຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງໝໍແກຼງ.

ຈາກການກວດສອບຊາບວ່າຜູ້ເສຍຊີວິດ3 ຄົນ ເປັນເພດຍິງ ສັນຊາດລາວທັງ3 ຄົນ ສ່ວນຜູ້ໄດ້ຮັບບາດເຈັບທັງຫມົດ11 ຄົນເປັນຄົນສັນຊາດລາວເຊັ່ນດຽວກັນຍົກເວັ້ນຄົນຂັບລົດເປັນຄົນໄທຄື ທ້າວກິດຕິພັດ ເລີດສັນເທ້ຍ ອາຍຸ 35 ປີ ຊຶ່ງໄດ້ຮັບບາດເຈັບສາຫັດ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຄະຕິ.

ລາຍລະອຽດເພີ່ມຕື່ມທີ່https://m.facebook.com/story.php?story_fbid=178988231351538&id=100077210852356

Related Posts

Leave a Reply

Your email address will not be published. Required fields are marked *