ຫຼັງຈາກທີ່ LDB Bank ໄດ້ມີການເປີດກິດຈະກໍາໃຫ້ທວາຍໂສມໜ້າ Presenter ຄົນໃໝ່ ທີ່ຈະມາຮ່ວມງານໂຄສະນາຂອງ ທະນາຄານ ພັດທະນາລາວ LDB Bank ກໍ່ຖືວ່າ ເປັນທີ່ຕິດຕາມຂອງຫຼາຍໆຄົນ ແລະ ເປັນກະແສ ທີ່ກໍາລັງມາແຮງໃນປັດຈຸບັນ.


ໃນເດືອນສິງຫາ ປີ 2022 ທີ່ຜ່ານມາ ໄດ້ມີພິທີເຊັນສັນຍາວ່າດ້ວຍ “ການເປັນ Presenter ຮ່ວມງານໂຄສະນາ ກັບ LDB Bank” ລະຫວ່າງ ທະນາຄານ ພັດທະນາລາວ ຈໍາກັດ ແລະ ບໍລິສັດ ບຣ໋ອດແຄັສ ໄທ ເທເລວີຊັນ (Broadcast Thai Television) ຮ່ວມກັບ ເບວລ່າ ລານີ ນັກສະແດງ ດາລາຊື່ດັງ ຈາກປະເທດໄທ ແລະ ວິນລ້ຽມ Vergin 90 ໜຸ່ມນ້ອຍ ພໍ່ຄ້າອອນລາຍ ຄົນເກັ່ງ ໃຈບຸນ, ເຊິ່ງເປັນການຮ່ວມ ງານໂຄສະນາຄັ້ງທໍາອິດ ທີ່ຈະຮ່ວມກັນສ້າງ ແລະ ສົ່ງເສີມວຽກງານໂຄສະນາຂອງ LDB Bank ໃຫ້ມີຄວາມໂດດເດັ່ນ ແລະ ຖືກໃຈຂອງໃຜຫຼາຍໆຄົນ.


ການເປີດໂຕ Presenter ຮ່ວມງານໂຄສະນາໃໝ່ ໃນຄັ້ງນີ້ ຖືວ່າເປັນການປ່ຽນໂສມໜ້າໃໝ່ ຂອງວຽກງານການໂຄສະນາ ເພື່ອສ້າງພາບລັກ, ສ້າງຄວາມໜ້າເຊື່ອຖືຂອງແບຣນ ແລະ ເຮັດໃຫ້ລູກຄ້າ ໄດ້ເຂົ້າເຖິງຜະລິດຕະພັນ ຂອງ LDB Bank ນັບມື້ນັບເພີ່ມຂຶ້ນ.


ເຊິ່ງ Presenter ທີ່ຈະມາຮ່ວມງານໂຄສະນາໃນຄັ້ງນີ້ ກໍ່ຖືວ່າເປັນບຸກຄົນ ທີ່ມີຊື່ສຽງໂດ່ງດັງ ຈາກປະເທດເພື່ອນບ້ານ ທີ່ມີຜົນງານລະຄອນ ແລະ ງານ Presenter ຢ່າງຫຼວງຫຼາຍ ນັ້ນກໍ່ຄື ເບວລ່າ ລານີ ແລະ ຍັງມີ ວິນລ້ຽມ Vergin 90 ພໍ່ຄ້າໜຸ່ມເຈົ້າສະເໜ່ ມາແຮງໃນປັດຈຸບັນ ທີ່ໂດ່ງດັງ ໃນການຂາຍເຄື່ອງທາງອອນລາຍ ແລະ ຍັງເປັນໜຸ່ມໃຈບຸນ ທີ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ຕົກທຸກ ໄດ້ຍາກ ໃຫ້ເຮົາເຫັນຜ່ານ Content ລົງທາງເພຈເຟສບຸກ ຢ່າງເປັນປະຈໍາ.


ເຊິ່ງການຮ່ວມງານ Presenter ຂອງທັງສອງໃນຄັ້ງນີ້ ຈະເປັນການຈັບມືກັນ ຮ່ວມກັນສ້າງສັນຜົນງານໂຄສະນາ ຂອງ LDB Bank ໃຫ້ລູກຄ້າເກີດຄວາມປະທັບໃຈ ແລະ ສ້າງສັນຜົນງານໃຫ້ເປັນທີ່ປະຈັກຕາຫຼາຍຂຶ້ນ.

