ເກີດເຫດຟ້າຜ່າເຮັດໃຫ້ງົວຂອງປະຊາຊົນບ້ານຫ້ວຍງ້ວນຕາຍສ້າງຄວາມເສຍຫາຍເກືອບ200.000.000ກີບ

ເກີດເຫດຟ້າຜ່າເຮັດໃຫ້ງົວຂອງປະຊາຊົນບ້ານຫ້ວຍງ້ວນຕາຍສ້າງຄວາມເສຍຫາຍເກືອບ200.000.000ກີບ=======

ເນື່ອງຈາກຝົນຕົກຫນັກ ລົມພັດແຮງໃນຄໍ່າຄືນຂອງວັນທີ20 ກັນຍາ 2022ຜ່ານມານີ້

ຢູ່ທີ່ບ້ານຫ້ວຍງ້ວນເມືອງງາແຂວງອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ200.000.000ລ້ານກີບ ,ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພງ ເຊຍເຍລີ.

ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳແລະປ່າໄມ້ເມືອງໃຫ້ຮູ້ວ່າ ງົວດັ່ງກ່າວແມ່ນງົວຂອງທ້າວ ໄມ່ແສງ ມີທັງຫມົດ 50ໂຕ ຖືກຟ້າຜາ 26ໂຕ

ຕໍ່ເຫດການດັ່ງກ່າວພາກສ່ວນກ່ຽວຂ້ອງໄດ້ລົງກວດກາຕົວຈິງເຫັນວ່າຂົງເຂດດັ່ງກ່າວແມ່ນສ່ວນຫຍ້າລ້ຽງງົວ ສ່ວນຂົງເຂດຖືກຟ້າຜ່າເປັນເຂດຮາບພຽງ ມີສຸມໄມ້ຊາງໄພເປັນບ່ອນຢູ່ຂອງງົວສັງເກດເຫັນຫນໍ່ໄມ່ຢູ່ຂົງເຂດດັ່ງກ່າວແຕກຫມູ່ນທັງຫມົດ

ແລະ ຕາມຕົນຕົວຂອງງົວມີຫລັກສະນະແຫລ້ກໍ່າເຊິ່ງວິຊາການຫ້ອງການກະສິກຳແລະປ່າໄມ້ເມືອງງາໄດ້ແນະນໍາໃຫ້ຝັງງົວທີ່ຕາຍທັງຫມົດຕາມຫລັກວິຊາການແລະ

ຫ້າມນໍາມາບໍໂພກເພາະອາດຈະມີຄວາມສ່ຽງໃນການຕິດເຊື້ອຈາກສັດສູ່ຄົນໄດ້.

Related Posts

Leave a Reply

Your email address will not be published. Required fields are marked *