ສະພາບລົດຈາກເຫດການລົດຮຸ່ນໄດຖືກນ້ຳພັດໄຫຼ ທີ່ ເມືອງ ຫຼ້າ ເເຂວງ ອຸດົມໄຊ.

ສະພາບລົດຈາກເຫດການລົດຮຸ່ນໄດຖືກນ້ຳພັດໄຫຼ ທີ່ ເມືອງ ຫຼ້າ ເເຂວງ ອຸດົມໄຊ.

.ເມືອງ ຫຼ້າ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມອີກຄັ້ງເມື່ອມີຝົນຕົກໜັກຕໍ່ເນື່ອງ ປະມານເວລາ 7 ໂມງເຊົ້າຂອງ ວັນທີ 20 ກັນຍານີ້. ໄດ້ເຮັດໃຫ້ເສັ້ນທາງຄົມມະນາຄົມຂາດ, ເສາະເຈື່ອນ ແລະ ດິນຖົມຢູ່ຫຼາຍຈຸດ ໂດຍສະເພາະແມ່ນເຂດທີ່ກຳລັງຟື້ນຟູຄືນຈາກເຫດການນ້ຳຖ້ວມທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊັບສິນ.

.ຈາກເຫດການໃນຄັ້ງນີ້ໄດ້ເຮັດໃຫ້ລົດ 6 ລໍ ຮຸ່ນໄດ ທະບຽນປ້າຍ 1734 ກຳແພງນະຄອນ ຖືກນ້ຳພັດໄຫຼໄປຕາມລ້ອງນ້ຳຫຼາ ປະມານ 80 ແມັດ, ເຮັດໃຫ້ລົດດັ່ງກ່າວເປເພໜັກໜວງ.

.ເຖິງຊັບສິນຈະເປເພ ເເຕ່ ກໍຍັງມີຄວາມໂຊກດີ ເຈົ້າຂອງລົດເເມ່ນປອດໄພ.

.ທີ່ມາ:ຖະແຫລງຂ່າວ ເມືອງຫຼາ

Related Posts

Leave a Reply

Your email address will not be published. Required fields are marked *