ສະບາຍດີເພື່ອນໆທີ່ຮັກແພງທັງຫລາຍ ມື້ນີ້ອາຈານມີສູດຢາທີ່ດີລິດສິດວງທວານແບບມີຕິ່ງແຍ່ອອກມາຍາວປານໃດກໍ່ບໍ່ຢ້ານ ມີເລືອດອອກກໍ່ບໍ່ຢ້ານເດີ.

ມີຄົນໃຈບຸນຄົນນຶ່ງມາບອກສູດໃຫ້ເນື່ອງຈາກລາວເປັນແລ້ວລາວເອົາຫົວຂີ້ຫມີ້ນຂື້ນ ແຕ່ໃຫ້ເອົາຫົວແກ່ໆຍາວໆນັ້ນມາຮໍໃຫ້ມຸ່ນໆຫລືນຳມາບົດມຸ່ນໆແລ້ວເອົາໂພະໃສ່ທຸກເທື່ອຫລັງຈາກຖາ່ຍແລ້ວທຳຄວາມສະອາດແລ້ວຈຶ່ງໃສ່ ປະມານນຶ່ງອາທິດເຫັນຜົນດີຂື້ນທັນທີໂລດ.

ສວ່ນຢາໂຕອື່ນຢ່າໄດ້ພາກັນໄປເຊື່ອເລີຍມັນມີແຕ່ຈະໃຫ້ເສຍເງີນເທົ່ານັ້ນແລ ຢານີ້ຜູ້ໃຊ້ຈິງດີແລ້ວຈຶ່ງນຳມາບອກເພື່ອບຸນເທົ່ານັ້ນ ຂໍໃຫ້ຜູ້ບໍລິຈາກສູດພອ້ມດວ້ຍຄອບຄົວຈົ່ງມີແຕ່ສຸຂພາບແຂງແຮງເດີແລະຜູ້ນຳໃຊ້ສູດນີ້ກໍ່ໃຫ້ດີໃຫ້ເຊົາໄວໆເດີສາທຸໆໆໆ