ຖໍ້ານາງຜົມຫອມ ຫຼື ຖໍ້າຜາເມືອງ.

ຖໍ້ານາງຜົມຫອມ ຫຼື ຖໍ້າຜາເມືອງ ຕັ້ງຢູ່ບ້ານຜາເມືອງ ເມືອງບໍລິຄັນ ຫ່າງຈາກ ເທດສະບານເມືອງ ໄປປະມານ 27 ກິໂລແມັດ ຕາມເສັ້ນທາງເລກທີ 4B ໄປສູ່ ແຂວງຊຽງຂວາງ.

ຖ້ໍາຜາເມືອງ ເປັນແຫຼ່ງທ່ອງທ່ຽວແຫ່ງຫນຶ່ງ ທີ່ມີເອກະລັກສະເພາະມີຄວາມສວຍງາມ ຕັ້ງສູງສະຫງ່າຢູ່ກາງທົ່ງນາ ພໍເມື່ອເຮົາຍ່າງເຂົ້າໄປຮອດຕີນຜາ ແມ່ນຈະເຖິງຖ້ໍາ ເຊິ່ງຈຸດພິເສດທີ່ສຸດພາຍໃນຖ້ໍາແຫ່ງນີ້.

ໃນເມື່ອກ່ອນໄດ້ມີພຣະເກສອນ ພຣະພຸດທະຮູບອົງນ້ອຍທີ່ເກົ່າແກ່ທີ່ຢູ່ຕາມເຫງີບຫີນ ເພື່ອໃຫ້ປະຊາຊົນຊາວ ພຸດທະສາສະຫນາ ໄດ້ມາກາບໄຫວ້ທີ່ເປັນຄວາມເຊື່ອຖືຂອງຄົນລາວເປັນໃນສະໄຫມ ກ່ອນ,

ປະຈຸບັນ ຖ້ໍາແຫ່ງນີ້ ເຄີຍຖືກນໍາໃຊ້ເປັນຫ້ອງປະຊຸມ ໃນສະໄຫມກ່ອນ ພາຍ ໃນຖ້ໍາ ສາມາດຮອງຮັບຄົນໄດ້ຫຼາຍກວ່າຮ້ອຍຄົນ, ຖ້ໍາດັ່ງກ່າວ ຍັງມີປະຫວັດ ກ່ຽວຂ້ອງກັບນິທານພື້ນບ້ານ ທີ່ເຮົາເຄີຍໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າໃຫ້ຟັງເລື້ອຍໆ ນັ້ນກໍ່ ຄືນິທານເລື່ອງ “ນາງຜົມຫອມ” ເຊິ່ງມີຫຼາຍຈຸດ.

ທີ່ມີຮ່ອງຮອຍທີ່ເຊື່ອມໂຍງກັບເລື່ອງ ລາວໃນນິທານອັນໂດ່ງດັງ ແລະ ເລົ່າຕໍ່ກັນມາຮອດປະຈຸບັນນີ້.

ນິທານນາງຜົມຫອມຕັ້ງແຕ່ດົນນານມາແລ້ວ ໄດ້ມີແມ່ຫມ້າຍຜູ້ຫນຶ່ງ ອາໄສຢູ່ພຽງລໍາພັງ ແຕ່ລະມື້ ລາວຈະອອກໄປຊອກຟືນມາດັ່ງ ເພື່ອຕົ້ມນ້ໍາດື່ມ ແລະ ປຸງແຕ່ງອາຫານ,

ມື້ຫນຶ່ງ ລາວ ອອກໄປຊອກເກັບຟືນຕາມປົກກະຕິ ບັງເອີນມື້ນັ້ນ ອາກາດຮ້ອນອົບເອົ້າຫຼາຍ ແມ່ຫມ້າຍຄົນນັ້ນຫິວນ້ໍາ ແຕ່ນ້ໍາທີ່ຖືໄປນັ້ນຫມົດແລ້ວ ຈຶ່ງໄດ້ຊອກຫາບໍ່ນ້ໍາ ແລ້ວພົບກັບ ບໍ່ນ້ໍາທີ່ເປັນຮອຍຕີນຊ້າງ ດ້ວຍຄວາມຫິວແຮງ ຈຶ່ງກອບເອົານ້ໍາມາດື່ມ.

ຫຼາຍວັນຕໍ່ ມາແມ່ຫມ້າຍກໍ່ຖືພາ ແລະ ໄດ້ເກີດລູກອອກມາເປັນລູກແຝດ ລາວໄດ້ຕັ້ງຊື່ໃຫ້ລູກທັງ ສອງວ່າ: ນາງຫຼ້າ ແລະ ນາງລຸນ.ນິທານນາງຜົມຫອມຕັ້ງແຕ່ດົນນານມາແລ້ວ ໄດ້ມີແມ່ຫມ້າຍຜູ້ຫນຶ່ງ ອາໄສຢູ່ພຽງລໍາພັງ ແຕ່ລະມື້ ລາວຈະອອກໄປຊອກຟືນມາດັ່ງ ເພື່ອຕົ້ມນ້ໍາດື່ມ ແລະ ປຸງແຕ່ງອາຫານ,

ເມື່ອລູກທັງສອງໃຫຍ່ຂຶ້ນມາ ເກີດຄວາມສົງໄສ ຈຶ່ງຖາມແມ່ວ່າ ແມ່ເອີຍ ພໍ່ເຮົາຢູ່ໃສ ລູກໄປຖາມໃຜກໍ່ບໍ່ບອກ ເວລາໄປຫຼິ້ນນໍາໃຜ ກໍ່ບໍ່ມີ ໃຜໃຫ້ຫຼິ້ນນໍາ ແມ່ໄດ້ຍິນແນວນັ້ນ ກໍ່ບໍ່ຮູ້ວ່າຈະຕອບລູກແນວໃດ ໄດ້ແຕ່ມິດຢູ່ ເມື່ອ ລູກສາວທັງສອງໄດ້ອາຍຸສິບປາຍປີ ຈຶ່ງອອກເດີນທາງໄປຫາພໍ່ ເດີນທາງໄປເລື້ອຍໆ ຫຼາຍມື້ຫຼາຍວັນ ໄດ້ພົບເຫັນບວກນ້ໍາຢູ່ຂ້າງຜາ ຫຼື ຮ່ອມຫນອງຜາເມືອງ ຈາກນັ້ນກໍ່ໄດ້ ພົບເຫັນພໍ່ (ກໍ່ຄືຊ້າງນັ້ນເອງ) ແລະ ເວົ້າກັບພໍ່ວ່າ:

ລູກນັ່ງນົບ ພັນເຄຕາໄຫວ້.

ມາຫາລາທູນພໍ່ຊ້າງເອີຍ ລູກນີ້ໄປຫຼິ້ນໃສກໍ່ບໍ່ໄດ້.

ມີແຕ່ເຂົາໄລ່ສັ່ງຫນີ ລູກຈໍາເປັນຈຶ່ງໄດ້.

ຕາມມາຫາພໍ່ ຈັ່ງໃຫ້ພໍ່ຊ່ວຍຍູ້ເອົາລູກຢູ່ນໍາ ເມື່ອເປັນເຊັ່ນນັ້ນພໍ່ ຊ້າງຈຶ່ງຕອບລູກວ່າ:

ຄັນແມ່ນລູກພໍ່ແທ້ ໃຫ້ລູກໄຕ່ງວງງາ.

ຖ້າບໍ່ແມ່ນບຸດຕາ ພໍ່ຈະທໍາລາຍຂ້າຖິ້ມ.

ເມື່ອໄດ້ຍິນແນວນັ້ນ ນາງທັງສອງກໍ່ບໍ່ລໍຊ້າ ໄກ່ງວງຂອງຊ້າງຂຶ້ນ ນາງລຸນໄດ້ ຂຶ້ນໄປຂີ່ຄໍ ສ່ວນນາງຫຼ້າ ໄຕ່ມາຮອດງາກຕົກລົງ ພໍ່ຊ້າງຈຶ່ງຂ້າຖິ້ມ, ຈາກນັ້ນພໍ່ຊ້າກໍ່ໄດ້ ເອີ້ນລູກຕົນວ່າ ນາງຜົມຫອມ ແລ້ວເອົາມາໄວ້ຢູ່ຜາເມືອງ ແຕ່ລະວັນພໍ່ຊ້າງໄດ້ອອກ ໄປຫາກິນທຸກມື້ ຈຶ່ງສັ່ງລູກໄປຢູ່ຫໍຜາສາດ ແລ້ວເອົາຜາຕັນໄວ້.

ຫຼັງຈາກກັບມາຈາກ ຫາກິນໄດ້ເອີ້ນໃສລູກສາວວ່າ: ລູກເອີຍ ຢ່ອນແຄ່ງຢ່ອນຂາໃຫ້ພໍ່ຊົມ ຢ່ອມຜົມໃຫ້ພໍ່ ຈູບ ພໍ່ຈູບແລ້ວ ພໍ່ຊິລາໄປ, ຫຼາຍປີຫຼາຍເດືອນ ນາງຜົມຫອມ ຫົນຫວຍຮ້ອນຮູດຢາກລົງໄປຊົມຫຼິ້ນນ້ໍາ ວັງເວີນກ້ວາງໃຫຍ່ ເລີຍລັກໃຈພໍ່ໄດ້ ລົງອາບນ້ໍາຮຸກເຫື່ອສີໄຄ ໄຄ ໄດ້ໄຫຼລົງໄປຕາມກະແສວັງນ້ໍາ.

ເມື່ອນັ້ນ ທ້າວເພັດສະລາດນ້ອຍ ໄດ້ເອົາດາບໄປຕັນໄວ້ ເຫັນໄຄນາງຜົມ ຫອມປ້ານຢູ່ດາບ ທ້າວຈຶ່ງເລາະລ່ອງຂຶ້ນໄປຕາມແມ່ນ້ໍາເຫືອງທີ່ມີກິ່ນຫອມ ຈຶ່ງນໍາ ຕາມຄອງນ້ໍາມາຮອດຖ້ໍາຂອງນາງຜົມຫອມ ເຫັນນາງຢູ່ໃນຖ້ໍາ ທ້າວຈຶ່ງຖາມນາງວ່າ ເປັນຫຍັງເຈົ້າຈຶ່ງມາຢູ່ໃນຖ້ໍານີ້ ພໍແຕ່ເຫັນຄັ້ງທໍາອິດ ທ້າວເພັດສະລາດກໍ່ຮູ້ສຶກຮັກມັກຈຶ່ງໄດ້ເອົານາງຜົມຫອມມາເປັນເມຍ.

ຫຼັງຈາກນັ້ນນາງຜົມຫອມກໍ່ມີລູກນໍາຊາຍນັ້ນ ເສບສົມແລ້ວຈຶ່ງບໍ່ຍອມໃຫ້ພໍ່ດົມ.

ພໍ່ຊ້າງບໍ່ເຫັນລູກສາວ ຈຶ່ງອອກຊອກຫາ ຮ້ອງໄປ ຮອດ ຜາໄດ, ຜາໂລກ, ຜາໂທນ, ຜາສິງ, ຜາເມືອງ, ຜາຫີບ, ຜາມູນເມືອງ,ຜາແມ່ພາ ຊອກຫາລູກຈົນຮອຍຕີນຊ້າງເຕັມໄປຫມົດ ຢູ່ທີ່ນັ້ນຈຶ່ງມີແຕ່ຮອຍລ້ານຊ້າງ, ເມື່ອພໍ່ຊ້າງ ຫາລູກຈົນອິດເມືອຍຈຶ່ງເອີ້ນສັ່ງລູກວ່າ: ຜົມຫອມເອີຍ ຢ່ອນແຄ່ງໃຫ້ພໍ່ຊົມ ຢ່ອນຜົມ ໃຫ້ພໍ່ຈູບ ພໍ່ຈູບແລ້ວພໍ່ຊິເລີກລາຕາຍ ກ່ອນທີ່ພໍ່ຊ້າງຊິຕາຍ ພໍ່ໄດ້ສັ່ງລູກວ່າ, ຫົວພໍ່ໃຫ້ເຮັດຄົກແຈ່ວ, ງວງໃຫ້ເຮັດ ເຮືອພາຍ, ງາໃຫ້ເຮັດໄມ້ຄາທໍ່, ດູກຂ້າງເຮັດໄມ້ພາຍ, ຫນັງເຮັດສາດປູນອນ, ຫາງເຮັດ ຟອຍກວດເຮືອນ, ຫຼືເຮັດໃບີ, ແຄ່ງເຮັດສາກແຈ່ວ.

ເມື່ອພໍ່ຊ້າງສັ່ງຫມົດຄວາມແລ້ວ ກໍ່ຕາຍຢູ່ໃນຜາເມືອງ ເມື່ອເຫັນພໍ່ຊ້າງຕາຍແລ້ວ ນາງຜົມຫອມກໍ່ໄດ້ປະຕິບັດຕາມຄໍາ ສັ່ງຂອງພໍ່.

ເມື່ອພໍ່ຊ້າງສັ່ງຫມົດຄວາມແລ້ວ ກໍ່ຕາຍຢູ່ໃນຜາເມືອງ ເມື່ອເຫັນພໍ່ຊ້າງຕາຍແລ້ວ ນາງຜົມຫອມກໍ່ໄດ້ປະຕິບັດຕາມຄໍາ ສັ່ງຂອງພໍ່.

ດັ່ງນັ້ນ, ຖ້ໍາຜາເມືອງຈຶ່ງກາຍເປັນສະຖານທີ່ທ່ອງທ່ຽວທໍາມະຊາດຈົນເຖິງ ທຸກວັນນີ້ ໂດຍທີ່ຍັງມີຮ່ອງຮອຍບາງຢ່າງ ທີ່ກ່ຽວພັນກັບນິທານເລື່ອງນາງຜົມຫອມ ເຊິ່ງນິທານເລື່ອງນີ້ ຍັງຄົງເປັນເລື່ອງເລົ່າ ທີ່ຜູ້ເຖົ້າຜູ້ແກເລົ່າຕໍ່ສູ່ລູກຫຼານຟັງ.

ຂໍ້ມູນອາດ ຈະບໍ່ລະອຽດປານໃດ ແຕ່ນີ້ກໍ່ເປັນເລື່ອງລາວ ບອກເລົ່າຂອງຜູ້ໃຫຍ່ບ້ານທີ່ເລົ່າໃຫ້ຟັງ ເປັນຄວາມເປັນມາຂອງແຫຼ່ງທ່ອງທ່ຽວນີ້ ທີ່ຍັງຄົງມີຄວາມອຸດົມສົມບູນໃນສະພາບ ເກົ່າ, ຍັງຄົງມີບາງຮ່ອງຮອຍໃຫ້ເຫັນ ເປັນອີກແຫ່ງຫນຶ່ງທີ່ຄວນພັດທະນາ ແລະ ສຶກ ສາຮຽນຮູ້.

Related Posts

Leave a Reply

Your email address will not be published. Required fields are marked *