ກຽມສ້າງສາງເກັບນໍ້າມັນເຊື້ອໄຟ ຮອງຮັບໄດ້ 100 ລ້ານລິດ ເພື່ອສະໜອງໃຫ້ພຽງພໍ.
ເພື່ອຊ່ວຍແກ້ໄຂບັນຫາວິກິດການນໍ້າມັນແພງ ແລະ ສ້າງຄວາມໝັ້ນຄົງດ້ານພະລັງງານໃນໄລຍະຍາວ, 3 ບໍລິສັດຄື: ບໍລິສັດ ພີທີແອວ ໂຮນດິ້ງ, ບໍລິສັດ ມູຮິບບາ.
ເອັນຈິເນຍລິ້ງ ແລະ ບໍລິສັດ ໂອເອັດດີ ໂຮນດິ້ງ ໄດ້ເຊັນສາຍາຮ່ວມສ້າງຕັ້ງບໍລິສັດ ພີແອວເຮັດ ພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ, ນະຄອນຫຼວງວຽງຈັນ.
ທ່ານ ຈັນທອນ ສິດທິໄຊ (ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ) ກ່າວວ່າ: ການຮ່ວມມືເພື່ອພັດທະນາສາງເກັບນ້ຳມັນເຊື້ອໄຟຄັ້ງນີ້
ຄາດວ່າຈະສຳເລັດການກໍ່ສ້າງ ພາຍໃນ 1 ປີ, ຈະສາມາດຮັບຮອງສິນຄ້ານ້ຳມັນເຊື້ອໄຟຕາມແຜນໄດ້ 100 ລ້ານລິດ ເຊິ່ງຈະສາມາດຮັບຮອງ ແລະ ສະໜອງນ້ຳມັນເຊື້ອໄຟໃຫ້ທົ່ວປະເທດພຽງພໍໄດ້ໃນໄລຍະ 2 ເດືອນ.
ທີ່ມາ: ເສດຖະກິດການຄ້າ#TargetMagazine