ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາຊາຍ ແຂວງ ສະຫວັນນະເຂດ ຢຶດລົດກະບະ VIGO 3 ຄັນນໍາເຂົ້າບໍ່ຖືກຕ້ອງ.

ໃນວັນທີ 15 ກັນຍາ 2022 ຜ່າມານີ້, ເຈົ້າໜ້າທີ່ພາສີ ປະຈໍາຈຸດປະສານງານນາຊາຍ ຕັ້ງຢູ່ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ ຂຶ້ນກັບພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມ ພາສີ ກະຊວງການເງິນ,

ໄດ້ສົມທົບກັບຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ ຂຶ້ນກັບພາສີ ປະຈໍາ ແຂວງສະຫວັນນະເຂດ, ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ,
ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການຊື້-ຂາຍລົດນໍາເຂົ້າບໍ່ຖືກຕ້ອງ ເຂດບ້ານ ໂພນສະຫວັນເໜືອ ນະຄອນໄກສອນ ແຂວງ ສະຫວັນນະເຂດ..

ດັ່ງນັ້ນ, ມາຮອດເວລາ 12:30 ໂມງ, ຈຶ່ງໄດ້ພົບເຫັນລົດເປົ້າໝາຍຈໍານວນ 3 ຄັນ,
ເປັນລົດກະບະ TOYOTA VIGO ແຄັບລຸ້ນຕໍ່າສີປອນເງິນ ຈໍານວນ 2 ຄັນ ແລະ ລົດກະບະ TOYOTA VIGO ແຄັບລຸ້ນສູງສີຂາວ ຈໍານວນ 1 ຄັນ, ທາງເຈົ້າໜ້າທີ່ພາສີໄດ້ທຳການກວດກາລົດຈໍານວນດັ່ງກ່າວເຫັນວ່າບໍ່ ມີເອກະສານ,

ຈຶ່ງໄດ້ຈັບກຸມ ແລະ ຢຶດລົດດັ່ງກ່າວໄວ້ເປັນຂອງກາງຢູ່ຫ້ອງການພາສີປະຈຳແຂວງ, ເພື່ອດຳເນີນຄະດີຕາມລະບຽບກົດໝາຍ,
ປັດຈຸບັນດຳເນີນການສືບສວນ-ສອບສວນທີ່ໄປທີ່ມາຂອງລັດຈໍານວນ 3 ຄັນນີ້…..

ທີ່ມາ:
https://www.mof.gov.la/index.php/2022/09/17/mof-customlaopdr-custom17-09-22/?fbclid=IwAR0t1j227VJkFZHqmUGhRNTz3xRjW8D4qGp2wo6khfPqP9QDEtXolLsTV-w