ປະຕູໄຊທີເຮັດດ້ວຍໄມ້ຈີ້ມແຂ້ວ ສິມອບໃຫ້ຜູ້ທີ່ມາ F.

ປະຕູໄຊທີເຮັດດ້ວຍໄມ້ຈີ້ມແຂ້ວສິມອບໃຫ້ຜູ້ທີ່ມາF ແລ້ວຈະນຳເງີນໄປເປັນຄ່າໃຊ້ຈ່າຍໃນການແປໜັງສືປະຫວັດສາດລາວ A history of laos ເປັນພາສາລາວ ທີ່ຂຽນໂດຍສາດສະດາຈານ MATIN STUART-FOX ແລ້ວແຈກໃຫ້ກັບຄົນສົນໃຈຢາກສືກສາ ໜັງສືເຫຼັ້ມນີ້ ຂຽນຂື້ນແບບງານວິຊາການ.

ທີ່ມີຂໍ້ມູນຫຼັກຖານອ້າງອີງ ບໍ່ໄດ້ຂຽນຂື້ນເພື່ອຮັບໃຊ້ການເມືອງຂອງຝ່າຍໃດ ມັນຈະເຮັດໃຫ້ຄົນທີ່ອ່ານໄດ້ເຂົ້າໃຈປະຫວັດສາດລາວໃນຍຸກທີ່ກ່ອນຝຣັ່ງເຂົ້າມາປົກຄອງລາວ ແລະຢູ່ໃນຍຸກທີ່ລາວເປັນອານານິຄົມຂອງຝຣັ່ງ ຍຸກທີ່ລາວໄດ້ເອກະລາດຈາກຝຮັ່ງເປັນລາຊະອານາຈັກລາວ

ແລະ ຍຸກຕົ້ນທີ່ປະເທດລາວປ່ຽນແປງການປົກຄອງເປັນສາທາລະນະລັດທີ່ພະຍາຍາມຈະປະຕິຮູບສັງຄົມລາວເປັນສັງຄົມນິຍົມ ສຳຫຼັບ ປທ ໂຈແລ້ວໜັງສືເຫຼັ້ມນີ້ຄືຄວາມກະຈ່າງແຈ້ງທາງການເມືອງລາວທີ່ສຸດເຫຼັ້ມໜື່ງທີ່ເຄີຍອ່ານມາ ຫວັງວ່າທຸກຄົນຈະສົນໃຈຄວາມເປັນມາຂອງສັງຄົມລາວເຮົາ ໂດຍປາສະຈາກອັກຄະຕິທາງການເມືອງ.

ແລະ ບໍ່ຖືກຝ່າຍໃດຫຼອກລວງເພື່ອໃຫ້ພວກເຮົາຮັບໃຊ້ອຸດົມການທາງການເມືອງຂອງຝ່າຍໃດ ເພື່ອພວກເຮົາຈະເຂົ້າໃຈສັງຄົມລາວເຮົາຢ່າງມີວຸດທິພາວະ

Related Posts

Leave a Reply

Your email address will not be published. Required fields are marked *