ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 ຫາ 18 ກັນຍາ 2022.
່ໃນໄລຍະຫນຶ່ງອາທິດຕໍ່ຫນ້າ ວັນທີ 12 ຫາ 13 ກັນຍາ 2022 ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງ ປະເທດລາວດ້ວຍກໍລັງອ່ອນ ສົມທົບກັບລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່,
ຊຶ່ງຈະເຮັດໃຫ້ອາກາດເປັນໃນຕອນ ເຊົ້າໂດຍສະເພາະຢູ່ແຂວງພາກເຫມືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກຟ້າ ຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ,
ຈາກນັ້ນວັນທີ 14 ຫາ 18 ກັນຍາ 2022 ຮ່ອງຄວາມກົດ ດັນອາກາດຕ່ໍາຈະພາດຜ່ານ ຢູ່ແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກໍາລັງແຮງຂື້ນພັດປົກຄຸມເປັນສ່ວນໃຫ່ຍ,
ຊຶ່ງຈະເຮັດໃຫ້ມີຝົນຕົກເພີ້ມຂື້ນຢູ່ໃນແຕ່ລະພາກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດແຕ່ວັນທີ 12 ຫາ 19 ກັນຍາ 2022 ອາກາດເຢັນໃນຕອນເຊົ້າ ແລະ ຈະມີ ຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕ່ໍາສຸດ 17 – 20 ອົງສາ ແລະ ສູງສຸດ 27 – 23 ອົງສາ.
ພາກກາງ: ໃນໄລຍະວັນທີ 12 ຫາ 18 ກັນຍາ 2022 ອາກາດຮ້ອນ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານ ກາງຢູ່ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 32 – 34. ສໍາລັບ ແຂວງ ໄຊສົມບູນ: ໃນໄລຍະວັນທີ 12 ຫາ 18 ກັນຍາ 2022 ອາກາດຈະຫນາວເຢັນໃນຕອນເຊົ້າ ຈະມີຝົນຕົກຟ້າ ຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 15 – 17 ອົງສາ ແລະ ສູງສຸດ 25 – 28 ອົງສາ.
ພາກໃຕ້: ໃນໄລຍະຫນຶ່ງອາທິດຕໍ່ຫນ້າວັນທີ 12 ຫາ 18 ກັນຍາ 2022 ອາກາດຮ້ອນ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 23 – 26 ອົງສາ ແລະ ສູງສຸດ 32 – 34 ອົງສາ, ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ຫນາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີ ຝົນຕົກຟ້າຮ້ອງ-ຟ້າຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 14 – 18 ອົງສາ ແລະ ສູງສຸດ 21 – 27 ອົງສາ.



