? ອົງການປົກຄອງ ແຂວງອັດຕະປື ຢືນຢັນຈະມອບ-ຮັບເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ
ຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກທີ່ເມືອງສະໜາມໄຊ ໃຫ້ສໍາເລັດ 100% ພາຍໃນເດືອນຕຸລາ ປີ 2022 ນີ້ !!!
ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນລາວຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງອັດຕະປື ໃຫ້ຮູ້ວ່າ:
ຜ່ານການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພດັ່ງກ່າວ ນັບແຕ່ທ້າຍປີ 2018 ເປັນຕົ້ນມາ ເຫັນວ່າວຽກສໍາຄັນທີ່ເປັນພື້ນຖານຕ່າງໆ ແມ່ນສໍາເລັດໝົດແລ້ວ. ສ່ວນວຽກທີ່ພວມສືບຕໍ່ຈັດຕັ້ງປະຕິບັດໃນປັດຈຸບັນແມ່ນການຊົດເຊີຍຜົນເສຍຫາຍໃຫ້ປະຊາຊົນຜູ້ປະສົບໄພຈໍານວນໜຶ່ງທີ່ຕົກເຮ່ຍ (ໝາຍຄວາມວ່າ:
ອົງການປົກຄອງແຂວງ ແລະ ຜູ້ພັດທະນາໂຄງການໄດ້ເກັບກໍາຂໍ້ມູນ ແລະໄດ້ຮັບຮອງຈໍານວນຜູ້ໄດ້ຮັບຜົນກະທົບຢ່າງເປັນທາງການແລ້ວ, ແຕ່ຕໍ່ມາຍັງມີປະຊາຊົນທີ່ໄດ້ຮັບຜົນກະທົບອີກຈໍານວນໜຶ່ງມາສະເໜີຕາມຫລັງ)
ເຊີ່ງບັນຫານີ້ທາງຜູ້ພັດ ທະນາໂຄງການຍັງບໍ່ທັນແຈ້ງຕອບເທື່ອວ່າຈະແກ້ໄຂຄືແນວໃດ ເພາະການແກ້ໄຂບັນຫາຕ້ອງອີງໃສ່ຫລັກການສາກົນ ແລະ ຕ້ອງຜ່ານການພິຈາລະນາແກ້ໄຂບັນຫາໂດຍຜ່ານສະພາຜູ້ບໍລິຫານຂອງເຂົາເຈົ້າຢ່າງລະອຽດກ່ອນ.
ສ່ວນການກໍ່ສ້າງເຮືອນຢູ່ຖາວອນ ຈໍານວນ 700 ຫລັງ, ມາຮອດປັດຈຸບັນ ໄດ້ກໍ່ສ້າງສໍາເລັດ ແລະ ມອບ-ຮັບໄປແລ້ວ 95%,
ສ່ວນເຮືອນທີ່ຍັງເຫລືອແມ່ນພວມຢູ່ໃນຂັ້ນຕອນການຕົບແຕ່ງເລັກນ້ອຍເທົ່ານັ້ນ ເຊີ່ງຄະນະຮັບຜິດຊອບການກໍ່ສ້າງຢືນຢັນແລ້ວວ່າຈະມອບ-ຮັບໃຫ້ຜູ້ປະສົບໄພສໍາເລັດ 100% ຢ່າງແນ່ນອນພາຍໃນເດືອນຕຸລາ ປີ 2022 ນີ້.
ສໍາລັບເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກທີ່ເມືອງສະໜາມໄຊ, ແຂວງອັດຕະປື ເກີດຂຶ້ນແຕ່ຄືນວັນທີ 23 ກໍລະກົດ ປີ 2018 ເຮັດໃຫ້ປະຊາຊົນຫລາຍກ່ວາ 13.000 ຄົນ.
ໃນຫລາຍກວ່າ 10 ບ້ານ ໄດ້ຮັບຜົນກະທົບ, ໃນນີ້ ເສຍຫາຍໜັກໜ່ວງກ່ວາໝູ່ແມ່ນປະຊາຊົນ 6 ບ້ານທີ່ອາໃສຢູ່ລຽບຕາມສາຍນ້ຳເຊປຽນ ຄື:
ບ້ານທ່າແສງຈັນ, ຫີນລາດ, ທ່າຫີນ, ບ້ານໃໝ່, ສະໝອງໃຕ້ ແລະ ບ້ານໃຫຍ່ແທ ເຮັດໃຫ້ມີທັງເດັກນ້ອຍ ແລະ ຜູ້ໃຫຍ່ເສຍຊີວິດ ແລະ ສູນຫາຍ ລວມກັນທັງໝົດຫລາຍກວ່າ 70 ຄົນ.
FM 90 ລາຍງານ