ແຟນບານວ່າແນວໃດ?ສະຫະພັນບານເຕະແຫ່ງຊາດລາວ ປະກາດຫ້າມນິຕິບຸກຄົນ ຫຼື ພາກສ່ວນອື່ນຖ່າຍທອດສົດທາງອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ.

ວັນທີ 12 ກັນຍາ 2022 ນີ້ ສະຫະພັນບານເຕະແຫ່ງຊາດລາວ ປະກາດຫ້າມນິຕິບຸກຄົນ ຫຼື ພາກສ່ວນອື່ນຖ່າຍທອດສົດທາງອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກ ສຕລ ເລີ່ມວັນທີ 12 ກັນຍາ 2022

ທ່ານສາມາດຕິດຕາມການຖ່າຍທອດສົດທຸກນັດທາງໂທລະພາບແຫ່ງຊາດລາວຊ່ອງ 3 (ບໍ່ມີການຖ່າຍທອດສົດ ທາງອອນລາຍ)ມື້ນີ້ວັນຈັນ ທີ 12/9/2022 ເວລາ 19:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16

ທີມຊາດລາວ ພົບ ທີມຊາດຍີ່ປຸ່ນ ໃນການແຂ່ງຂັນ AFC U20 ຮອບຄັດເລືອກ ກຸ່ມ Cຢ່າລືມໄປຊົມໄປເຊຍນຳກັນເດີ ປີ້ເຂົ້າຊົມ 10.000 ກີບ/ຄົນ ສາມາດເບິ່ງໄດ້ສອງຄູ່ໃນມື້ດຽວກັນ.

ເຊິ່ງລາຍຮັບຈາກການຂາຍປີ້ທັງໝົດ ແມ່ນຈະນຳໄປຊ່ວຍຜູ້ປະສົບໄພຈາກນໍ້າຖ້ວມຢູ່ພາກເໜືອຂອງລາວ.

Related Posts

Leave a Reply

Your email address will not be published. Required fields are marked *