ວອນສັງຄົມຜູ້ຮູ້ເຫັນເຫດການໃຫ້ຂໍ້ມູນນຳຈັບຄູ່ກໍລະນີຕຳແລ້ວໜີ

ໃນຄັ້ງວັນທີ 05 ກັນຍາ 2022 ເວລາ ປະມານ 02:47 ເຊົ້າ (ກົງກັບມື້ວັນຈັນ) ລູກຊາຍ ແລະ ຫຼານຂອງຂ້າພະເຈົ້າໄດ້ເກີດອຸບັດຕິເຫດລົດຕຳທີ່ທາງ 450 ປີ.

ໃນພື້ນທີ່ໃກ້ກັບທາງເຂົ້າຄີວລົດເມສາຍໃຕ້ (ເບື້ອງດຽວກັນ)ເຊິ່ງຫ່າງຈາກທາງເຂົ້າຄີວລົດປະມານ 60 ແມັດຂຶ້ນມາໄຟແດງສີ່ແຍກດົງໂດກ, ໄດ້ເຮັດໃຫ້ເດັກນ້ອຍອາຍຸເກືອບ 5 ປີ (ເສຍຊີວິດ) ແລະ ອິກຜູ້ໜຶ່ງທີ່ເປັນຫຼານອາຍຸປະມານ 20 ປີ (ບາດເຈັບສາຫັດ).

ມາຮອດປະຈຸບັນຍັງນໍຳຈັບຄູ່ກໍລະນີບໍ່ໄດ້ເທື່ອ, ສະນັ້ນ ຈຶ່ງຢາກຂໍຄວາມຊ່ວຍເຫຼືອນໍຳຜູ້ທີ່ເຫັນເຫດການໃນຄັ້ງນີ້ ເພື່ອຈະເອົາຂໍ້ມູນນຳຈັບຄູ່ກໍລະນີມາຮັບໂທດຕາມກົດໝາຍ.

ຖ້າຜູ້ໃດທີ່ເຫັນເຫດການໃນຄັ້ງນີ້ຫາກມີຂໍ້ມູນລົດຄູ່ກໍລະນີ ສາມາດໃຫ້ຂໍ້ມູນກັບຂ້າພະເຈົ້າໄດ້ ຕາມເບີໂທ 02022547196,

ຂ້າພະເຈົ້າຈະຕອບເເທນນ້ຳໃຈໃຫ້ກັບຜູ້ທີ່ໃຫ້ຂໍ້ມູນດັ່ງກ່າວ.ອິກຢ່າງໜຶ່ງ ຂ້າພະເຈົ້າຂໍຂອບໃຈມາຍັງສັງຄົມດີທີ່ໄດ້ໃຫ້ການຊ່ວຍເຫຼືອ

ບໍ່ວ່າຜູ້ທີ່ໄດ້ເອົາກິ່ງໄມ້ໄປກັ້ນທາງ ຫຼື ວ່າຜູ້ທີ່ແຈ້ງໃຫ້ໜ່ວຍກູ້ໄພສຸກເສີນ.

ສະນັ້ນ ຂ້າພະເຈົ້າຂໍອະນຸຍາດເອົາຮູບ ແລະ ວິດີໂອຂອງສັງຄົມດີຜູ້ດັ່ງກ່າວລົງໃນເຟສ.

ຊົມຄລິບ1.

ຊົມຄລິບ2.

Related Posts

Leave a Reply

Your email address will not be published. Required fields are marked *