ພາຫວານໄຫວ້ແມ່ທໍລະນີ ທຸກວັນພຸດ ກ່ອນຕາເວັນຂຶ້ນ ເອີ້ນໂຊກເອີ້ນລາບ ຄ້າຂາຍລຳ້ລວຍລາຍການປະກອບມີ:ເຂົ້າຫນົມຫວານຫມາກໄມ້ ຫ້າມຂາດຫມາກກ້ວຍຫ້າມໃສ່ຫມາກກ້ຽງກັບສີດຳເຂົ້າຫນຽວດຳຄໍາຫມາກ8ຄໍາຢາສູບ8ກອກທຽນ8ເຫລັ້ມແຍກທູບ16ດອກ ແລະ 15ດອກນໍ້າແດງ1ຈອກ ນ້ຳລ້າ1ຈອກ.

ດອກໄມ້ແຕ່ງພາແລ້ວໆ ໃຫ້ເອົາໄປວາງຢູ່ຫນ້າບ້ານມູມໃດກະໄດ້ຂອງຫນ້າບ້ານເຮົາໄຕ້ທຽນ8ດອກລຽນກັນ ຫນ້າພາຫວານຈາກນັ້ນໄຕ້ທູບ16ດອກນັ່ງນົບຫນ້າພາຫວານ

ແລ້ວນົບຮ້ອງເທວະດາມາເປີດທາງໃຫ້ແນ່ເດີມື້ນີ້ວັດພຸດຂ້ານ້ອຍໄດ້ແຕ່ງພາຫວານໃຫ້ແມ່ທໍ່ລະນີໃຫ້ເທວະດາມາຊ່ວຍເປີດທາງ ໃຫ້ນາກ4ຕະກູນມາຊ່ວຍເປີດທາງແນ່ເດີ.
ຫລັງຈາກນັ້ນເອົາທູບທີໄຕ້16ດອກ ໄປປັກໄວ້ທາງໃດກໍ່ໄດ້ຂອງຫນ້າບ້ານ ບໍ່ໃຫ້ໃກ້ພາຫວານເດີສໍາຫລັບທູກ16ດອກ.

ແລ້ວກໍ່ມາໃຕ້ຕູບ15ດອກນົບຫນ້າພາຫວານຕໍ່ຮ້ອງໃສ່ວ່າ ມື້ນີ້ຂ້ານ້ອຍໄດ້ເບີກພາຫວານໃຫ້ແມ່ທໍລະນີເດີ ໃຫ້ແມ່ທໍລະນີມາຮັບເອົາ ຖ້າຮັບແລ້ວ ຂໍໃຫ້ເປີດທິດເປີດທາງໃຫ້ຂ້ານ້ອຍຫາເງີນຫາຄໍາຂື້ນເກີນ ໃຫ້ມີກິນມີໃຊ້ມີເງີນໄດ້ເຮັດບຸນເຮັດທານນໍາເດີສາທຸ ແນວໃດດີໆກະເວົ້າເອົາໂລດຂໍໂຊກຂໍລາບນໍາເພີ່ນ

ຈາກນັ້ນກໍ່ປັກທູບ15ດອກລົງ ຫນ້າພາຫວານໃກ້ກັບທຽນ8ດອກນັ້ນແລ້ວເອົາຢາສູບ8ກອກປັກລົງ ເອົາໄຟຕໍ່ຢາສູບພ້ອມເດີ(ເອົາໄມ້ຈີ້ມແຂ້ວສຽບໃສ່ກົ້ນຢາສູບ ແລ້ວປັກລົງໃສ່ໂຖ )ຂໍໃຫ້ທຸກຄົນມີແຕ່ໂຊກລາບ ລ້ຳລວຍໆ.
Cr ຮູບ ແລະ ລາຍລະອຽດ @khonesavanh tomee.