ຈາກໂພສ Tee Uan Itim ສະບາຍດີ ຂ້າພະເຈົ້າມີຢາຕົ້ມດີໆ ສຳລັບຄົນເປັນໂລກກະເພາະມາບອກ ເອົາບຸນນຳກັນ ຖ້າໃຜມີຄົນຮູ້ຈັກທີ່ເປັນຢູ່ ຮູ້ດີວ່າໂລກນີ້ມັນທໍລະມານຫລາຍ ຍິ່ງປົວຍິ່ງເປັນ ເອົາສູດຢານີ້ໄປ ແຊຣ໌ຕໍ່ໆກັນເດີ້.ປະສົບການໂດຍກົງ ຂ້ອຍເຈັບກະເພາະແຮງໆມາແຕ່ທີ 25 ເລີຍບອກແມ່ຕົ້ມໃຫ້ກິນທີ29 ແຕ່ກີ້ບໍ່ເຊື່ອ ເພາະເປັນຢາຕົ້ມ , ຕົ້ມກິນ 3 ຫມໍ້ ຈອດເລີຍ ບໍ່ເຈັບອີກ ດີປານປິດຖິ້ມ.ສູດຢາມີດັ່ງນີ້

1 ຕົ້ນກົກຕາໃກ້ 1 ກຳມື (ທຸກຢ່າງສາມາດຕາກແຫ້ງໄວ້ຕົ້ມຕໍ່ໄດ້)2 ຕົ້ນກົກຕາກວາງ 1 ກຳມື (ຜ່າແລ້ວ)3 ຕົ້ນກົກຫາງກວາງ 1 ກຳມື (ຜ່າແລ້ວ)

4 ກົກຂີ້ຫມິ້ນເຄືອ 1 ກຳມື (ຜ່າແລ້ວ)ນໍ້າດື່ມ 2 ລິດ ຕົ້ມປະມານ 15 ນາທີ ຫລັງຈາກນັ້ນກອງດີໆແລ້ວດື່ມກິນ.1 ຫມໍ້ ສາມາດຕົ້ມໄດ້ 3 ເທື່ອລະຖິ້ມ.

ສູດນີ້ຄອບຄົວຂ້າພະເຈົ້າໃຊ້ກິນ ແລະ ບອກຕໍ່ດີມາຫລາຍຄົນແລ້ວ ແລະ ຫວັງຢ່າງຍິ່ງວ່າ ການແຊຣ໌ຂອງທ່ານ ຈະເປັນກຸສົນ ໃຫ້ຄົນທີ່ເປັນໂລກພະຍາດອັນທໍລະມານນີ້ໄດ້ພົບເຫັນ ແລະ ໄດ້ຊອກຫາມາຕົ້ມ ແລະ ເຊົາຂາດ.
