ຄົນເຮົາຫຼາຍຄົນຈະຜູກພັນກັບສິ່ງຕ່າງໆຫຼາຍຢ່າງ ບໍ່ວ່າຈະເປັນສະຖານທີ່ ສິ່ງຂອງ ຫຼື ວ່າຜູ້ຄົນ ແຕ່ສິ່ງທີ່ເຮັດໃຫ້ເຮົາມີຄວາມຮູ້ສຶກ ແລະ ສຳຜັດໄດ້ເຖິງຄວາມຜູກພັນຄວາມຮັກນັ້ນກໍຄືຜູ້ຄົນ ໂດຍສະເພາະກັບໃຜຄົນໜຶ່ງທີ່ເຮົາເອີ້ນວ່າ ແມ່ ເປັນສາຍໃຍທີ່ຜູກພັນກັນມາຕັ້ງແຕ່ເຮົາເກີດຂຶ້ນມາໃນໂລກໃບນີ້

ໂລກທີ່ມີຄວາມກວ້າງໃຫຍ່ ໄວທີ່ອາຍຸເພິ່ມຂຶ້ນ ແລະ ວັນເວລາທີ່ຜ່ານໄປຈະເຮັດໃຫ້ເຮົາຮູ້ໄດ້ວ່າ: “ບ້ານບໍ່ແມ່ນແຕ່ສະຖານທີ່ ແຕ່ເປັນຜູ້ຄົນ” ເປັນສະຖານທີ່ຢູ່ໃສກໍໄດ້ທີ່ມີຄອບຄົວອັນເປັນທີ່ຮັກຂອງເຮົາຢູ່ ແລະ ບົດຄວາມນີ້ຈະເວົ້າເຖິງຄວາມຮັກຂອງແມ່ ຜູ້ທີ່ເຮັດໃຫ້ເຮົາຮູ້ສຶກວ່າ “ບ່ອນໃດມີແມ່ ບ່ອນນັ້ນລະຄືບ້ານ”.
1 ແມ່ທົນລຳບາກອຸ້ມທ້ອງຕະຫຼອດເວລາ 9ເດືອນ ກັບຄວາມໃຈກວ້າງໃນທຸກຮຸ້ງອາລຸນ ຮ່າງກາຍໄຮ້ຮອງຮອຍບອບຊ້ຳ ກິນຢູ່ກໍຖາມພໍ່ແມ່ທຸກຄືນ ຍາກທີ່ຈະຫຼັບຕາແມ່ ນອນບ່ອນປຽກໃຫ້ລູກຫຼັບບ່ອນແຫ້ງ.

2 ຖ້າລູກບໍ່ສະບາຍກໍພາໄປຫາໝໍ ເຕັມໃຈເບິ່ງແຍງລູກ ແບກຮັບໄຂ້ແທນ ນົບພະຂໍພອນໃຫ້ປາສະຈາກໂລກໄພ ຈູດທູບພາວະນາເພື່ອໃຫ້ອາການລູກດີຂຶ້ນ ເຊັ່ນນັ້ນພໍ່ແມ່ຈັ່ງຍິ້ມໄດ້.
3 ຕອນຮຽນຍ່າງກໍຍ້ານລົ້ມບາດເຈັບ ຄອຍປົກປ້ອງໄຟລະວັງນ້ຳໃຫ້ ເປັນຫວ່ງເຝົ້າລະວັງທຸກວິນາທີ ທຸກກ້າວຕ້ອງຈູງມືຍ່າງ ຕອນນີ້ 3ປີ ເລີ່ມຫັດເວົ້າໄດ້ ຮຽນຮູ້ເວົ້າພໍ່ແມ່ກໍສຸກໃຈ.
4 ອາຍຸ 4-5ປີ ສົ່ງເຂົ້າຮຽນ ເພື່ອໃຫ້ລູກເປັນນັກປັນຍາຊົນ ຕັ້ງແຕ່ຫົວຮອດຕີນກຽມໃຫ້ພ້ອມ ເສື້ອຜ້າທຸກລະດູກໍມີບໍ່ຂາດ ພໍ່ຕີສັ່ງສອນລູກ ແມ່ປວດໃຈປາດນ້ຳຕາບໍ່ອາດທົນໄດ້.

5 ຄວາມຈິງໃຈຂອງພໍ່ແມ່ ຍິ່ງໃຫຍ່ກວ່າມະຫາສະມຸດ ເພື່ອລູກຍອມເສຍເງິນໄດ້ ນອນເດີກຕື່ນເຊົ້າເພື່ອຫາເງິນ ແຕ່ຕົນເອງບໍ່ກ້າໃຊ້ເງິນ ເພື່ອບໍ່ໃຫ້ລູກຕ່າງຈາກຜູ້ອື່ນ ປ່ຽນຂີ້ເທົ່າໃຫ້ເປັນທອງຄຳ.