ລາຍການຂຶ້ນເຮືອນໃຫມ່ພຣະພຸດທະຮູບ 1 ອົງຂັນຫ້າ: 1 ຂັນໄວ້ຮ້ານພະ 1 ຂັນໄວ້ແຮ່ຂຶ້ນເຮືອນຫມາກເບັງ: 6ຫນ່ວຍ (ບູຊາ4 ແຈເຮືອນ ແລະ ຮ້ານພະ)ພາຫວານນ້ອຍ : 4 ພາ ( ເຂົ້າຫນົມ&ຫມາກໄມ້)

ພາເຂົ້າບູຊາ: 2 ພາ (ບູຊາໃນເຮືອນ ແລະ ຫນ້າບ້ານ ຫລື ຫລັງບ້ານ)ພາຂວັນ: ຫມາກເບັງ ຫລື ພາຂວັນສູ່ຂັວນ 1ຫນ່ວຍ ນ້ອຍໃຫຍ່ແລ້ວແຕ່ຕ້ອງການ (ຫມາກໄມ້9ຢ່າງ,ໄກ່ຂວັນ2ໂຕ,ໄຂ່ຕົ້ມ,ເຂົ້າຫນົມ,ນ້ຳຫວານ,ນ້ຳດື່ມ,ເຫລົ້າຂາວ,ເຂົ້າຫນຶ້ງ…)ທູບ ທຽນ: ໄວ້ໃຕ້ບູຊາ & ຂັ້ນໃດເຮືອນ.

ໃບໄຜ່1 ກຳ ປາແຫ້ງ1ໂຕ: ໃບໄຜ່ຕ້ອນຊ້າງ ປາຢ້າງຕ້ອນແມວງ້າວ/ດາບ: 1 ດວງ (ພາຍແຮ່ຂຶ້ນເຮືອນ)ຖົງພາຍ: 1ຖົງ(ໃບເງິນ ໃບຄຳ ຄ້ອນຕີ ຕະປູ ສິ່ວ ແລະ ເຄື່ອງຄ້ຳເຄື່ອງຄູນອື່ນໆ..)ກຸບ/ຫມວກ: 1ໃບ ໃຫ້ເຈົ້າຂອງເຮືອນໃສ່ແຮ່ໄຊໃຫຍ່/ນ້ອຍ : 1 ດາງໃບໄມ້ມຸງຄຸນ: ໃບຄູນ ໃບຍໍ ໃບຍົມ ໃບເງິນ ຫນໍ່ກ້ວຍ ຫນໍ່ອ້ອຍ …

ເຄື່ອງນອນ: ເຊື່ອ ສາດ ມຸ້ງ ຫມອນ ຜ້າຫົ່ມ..ເຂົ້າເປືອກ ເຂົ້າສານ ເກືອ: ຢ່າງລະຫມື່ນເຄື່ອງແຕ່ງຢູ່ຄົວກິນ: ຫມໍ້ຫນຶ້ງ ເຕົາໄຟ ຫວດເຂົ້າຄົກສາກ ຕິບເຂົ້າ ຫົວບົ່ວ ຫົວທຽມ ເຄື່ອງແຕ່ງກິນເຄື່ອງປຸງອື່ນໆ…ເຄື່ອງຊອກຢູ່ຫາກິນ: ແຫ ມອງ …

ອາຫານການກິນ:ຊີ້ນປາອາຫານ ເຂົ້າສຸກ ນ້ຳກິນນ້ຳໃຊ້..ເຄື່ອງຫາບ: ກະບຸງ ກະຕ່າ ຫລືກະຊ້າ ພ້ອມໄມ້ຫາບຫມາກໄມ້ມຸງຄຸນ: ຫມາກອຶ ຫມາກໂຕ່ນ ຫມາກຮຸ່ງ ຫມາກກ້ວຍເຄືອ ຫມາກພ້າວແຊງ ..

ຊຸດລ້າງຕີນ: ໄຫ ບວຍ ດອກໄມ້ ຫຍ້າ ນ້ຳ (ເພື່ອລ້າງຕີນກ່ອນຂຶ້ນເຮືອນ)ເຄື່ອງເສບເຄື່ອງແຮ່: ຄ້ອງ ກອງ ສາບ ແຊ່ງ ຊິ່ງ..ຝົນຮ່າແກ້ວ: ເງິນ ດອກໄມ້ ເຂົ້າຫນົມ(ຫ້າມໃສ່ເຂົ້າສານວ່ານ)

ຫມາຍເຫດ: ນອກຈາກນີ້ແລ້ວ ກໍ່ແລ້ວແຕ່ເຫັນສົມຄວນ ແລະ ຕາມຮີດຕາມຄອງຂອງແຕ່ລະທ້ອງຖິ່ນ ທີ່ເຄີຍເຮັດມາ ກໍ່ສາມາດເອົາມາໃສ່ອີກໄດ້..
ຈາກ:ພິຈິດ ພາຂວັນ ພາຂວັນງານດອງ