
ສາຍທ້ອມ ຈົບເກມ ເສັດບັກກ໋ອງດ໋ອງ ປກສ ປາກເຊ ຈັບສາຍຕົ້ມ “ນໍ້າກະທ້ອມ ” ໃນວັນທີ 5 ກັນຍາ 2022 ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈໍາປາສັກ.

ໄດ້ສຶກສາອົບຮົມກຸ່ມໄວລຸ້ນຈໍານວນ 7 ຄົນ ທີ່ຖືກກັກໂຕເນື່ອງຈາກມີການພົວພັນກັບການຄ້າ-ຂາຍ ແລະ ມົ້ວສຸມດື່ມນໍ້າໃບກະທ້ອມເຈົ້າຫນ້າທີ່ໃຫ້ຮູ້ວ່າ:

ໃນວັນທີ 1 ກັນຍາ 1022 ເວລາ 1:00 ໂມງ ໄດ້ຕິດຕາມກຸ່ມເປົ້າໝາຍໄວລຸ້ນທີ່ມີພຶດຕິກໍາເຄື່ອນໄຫວຄ້າ-ຂາຍນໍ້າກະທ້ອມທີ່ປຸງແຕ່ງແລ້ວ ແລະ ໃບກະທ້ອມ ຢູ່ຂອບເຂດບ້ານແກ້ວສໍາພັນ ນະຄອນປາກເຊ ສາມາດກັກຕົວເປົ້າໝາຍໄດ້ຈໍານວນ 7 ຄົນ, ຍິງ 3 ຄົນ.

ເຄື່ອງຂອງກາງ: ນໍ້າກະທ້ອມ 20 ລິດ, ໃບກະທ້ອມດິບ 7 ກິໂລ, ສານຕັ້ງຕົ້ນ (ນໍ້າເຊື້ອມຢາດີໄອ) 34 ແກ້ວ, ນໍ້າຕານ 5 ແກັດ ແລະ ອຸປະກອນນໍາໃຊ້ໃນການປຸງແຕ່ງນໍ້າກະທ້ອມ ຈຳນວນຫນຶ່ງ.
