ຫລາຍພາກສ່ວນໄປມອບເງິນ ແລະ ເຄື່ອງອຸປະໂພກບໍລິໂພກເພື່ອຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ

ຫລາຍພາກສ່ວນໄປມອບເງິນ ແລະ ເຄື່ອງອຸປະໂພກບໍລິໂພກເພື່ອຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ.

ວັນທີ 3 ກັນຍາ 2022 ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ.

ແລະ ປັດໃຈຈາກຫຼາຍພາກສ່ວນ ເພື່ອຊ່ວຍເຫຼືອປະຊາຊົນ ເມືອງ ໄຊ, ເມືອງຫຼາ ແລະ ເມືອນາໝໍ້ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຕາງໜ້າມອບໂດຍ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ ລະດົມຈາກເພື່ອນມິດ.

ແລະ ລະດົມຈາກພາກສ່ວນທຸລະກິດເຊັ່ນ: ກຸ່ມບໍລິສັດ ດອກງີ້ວຄຳ ຈຳກັດ. 1,000,000,000 ກີບ, ບໍລິສັດ ຊີມັງ ອຸດົມໄຊ ຈຽງເກີ ຈຳກັດຜູ້ດຽວ. 30,000,000ກີບ, ທະນາຄານ JDB 20,000,000ກີບ,

ບໍລິສັດ ຟ້າໄຊໂຍ ຈຳກັດຜູ້ດຽວ ( ແຂວງ ບໍ່ແກ້ວ ) 15,000,000 ກີບ, ບໍລິສັດ ສີສັນຈະເລີນສຸກ ກໍ່ສ້າງຂົວ-ທາງເຄຫາສະຖານ ພັດທະນາກະສິກຳ ການຄ້າຄົບວົງຈອນ ຈຳກັດຜູ້ດຽວ.

10,000,000ກີບ, ກຸ່ມບໍລິສັດ ອ່າງທອງ ຈຳກັດ 5,000,000 ກີບ, ທ່ານ ນາງ ວຽນວິໄລ ດິລະພັນ ຫົວຫນ້າໂຄສະນາອົບຮົມ ແຂວງຫລວງພະບາງ 2,000,000 ກີບ ແລະ.

ບໍລິສັດ ໄຊຈະເລີນຊັບການລົງທຶນ ຈຳກັດ 50,000,000 ກີບ ລວມທັງໝົດ 1,132,000,000 ກີບ.​ນັບຕັ້ງແຕ່ວັນທີ 27 ສິງຫາ 2022 ເປັນຕົ້ນມາ ທາງຄະນະຮັບຜິດຊອບເສດຖະກິດລະດົມທຶນ ແຈກຍາຍສະໜອງງົບປະມານ ແລະ.

ອາຫານໃຫ້ແກ່ທະຫານຮາບກອງພົນທີ 3 ຈຳນວນ 300 ກວ່າຄົນ ເພື່ອຊ່ວຍເຫຼືອສຸກເສີນ ສະເພາະຢູ່ເມືອງຫຼາ ທີ່ກຳລັງຊ່ວຍເຫຼືອປະຊາຊົນເຮັດອະນາໄມອະນາໄມ ພື້ນທີ່ຖືກຜົນກະທົບ ແລະ ຕັ້ງເຮືອນຢູ່ຊົ່ວຄາວໃຫ້ແກ່ປະຊາຊົນ ຜູ້ທີ່ເຮືອນຖືກພັດໄຫລ 102 ຫລັງຄາເຮືອນ,

ປະຊາຊົນໄດ້ຮັບຜົນກະທົບ 2,500 ກວ່າຄອບຄົວ. ສຳລັບເຄື່ອງອຸປະໂພກບໍລິໂພກ ພ້ອມເງິນຈຳນວນໜຶ່ງ ທີ່ລະດົມໄດ້ຕັ້ງແຕ່ວັນທີ 27 ສິງຫາຫາ ວັນທີ 3 ກັນຍາໄດ້ປະມານ 3 ຕື້ 200 ລ້ານກວ່າກີບ ໃນນັ້ນເປັນວັດຖຸມູນຄ່າປະມານ 700 ລ້ານກີບ.

ສຳລັບພຶຶື້ນທີ່ທີ່ໄດ້ຮັບຜົນກະທົບໃນ 3 ເມືອງ ຄາດວ່າຈະໃຊ້ງົບປະມານໃນການຟື້ນຟູຫຼາຍຮ້ອຍຕື້ກີບ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ແລະ ຍັງຕ້ອງການແຮງຊ່ວຍເຫຼືອຈາກສັງຄົມ,

ພາກສ່ວນທຸລະກິດ ຫຼື ບຸກຄົນ ຕ້ອງການຢາກຈະຮ່ວມຊ່ວຍເຫຼືອກໍ່ສາມາດຕິດຕໍ່ຮ່ວມບໍລິຈາກນຳພາກສ່ວນກ່ຽວຂ້ອງໄດ້ທີ່ຈຸດຮັບບໍລິຈາກທີ່ພະແນກການເງິນ ແຂວງ ແລະ ແຕ່ລະເມືອງ ໃນແຂວງອຸດົມໄຊ.

ຄລິບ.

Cr: LNR,​ ຂ່າວ-ພາບ: ອະພິນຍາ ສຸລິຍະວົງ

Related Posts

Leave a Reply

Your email address will not be published. Required fields are marked *