ເຜີຍຄາຖາເງິນລ້ານ 5 ຂໍ້ “ຄວາມມັ່ງຄັ່ງມັນບໍ່ມີທາງລັດ ຢາກໄດ້ຕ້ອງພາກພຽນ”

ຂ້າພະເຈົ້າຍຶດຖືຢູ່ 5 ປັດໃຈ ເພື່ອເປັນຂໍ້ຄິດໃຫ້ກັບນັກທຸລະກິດມືໃໝ່ໃນການກ້າວສູ່ຄວາມສໍາເລັດ, ຟັງແລ້ວມັນອາດເປັນເລື່ອງທີ່ງ່າຍໆ ແຕ່ວ່າມັນແມ່ນເລື່ອງທີ່ສໍາຄັນ ຖ້າເຮັດຄົບ 5 ປັດໃຈຢ່າງຕໍ່ເນື່ອງຄວາມສໍາເລັດມາແນ່ນອນ.

5 ຄາຖາເງິນລ້ານ ຈາກຜູ້ບໍລິຫານຮ້ານຄຳພູວົງ.

ຄາຖາເງິນລ້ານ 5 ຂໍ້.

1. “ດຸໝັ່ນ” ຄວາມດຸໝັ່ນຄືຄວາມຕັ້ງໃຈ ແລະ ຄວາມດຸໝັ່ນຈະກໍ່ໃຫ້ເກີດຄວາມພາກພຽນ ຫຼາຍຄົນຢາກລວຍ ແຕ່ຕື່ນສວາຍ ແບບນີ້ຄວາມລວຍກໍບໍ່ເກີດ.

2. “ຮຽນຮູ້ເພີ່ມຕື່ມຢູ່ເລື້ອຍໆ” ເພື່ອບໍ່ໃຫ້ຄາຖາເຊື່ອມໃຫ້ທ່ານໝັ່ນເຂົ້າຮ້ານປື້ມ ຊອກປື້ມມາອ່ານເດືອນລະເທື່ອ ຫຼື ຊອກອ່ານຫຍັງທີ່ມີຄວາມຮູ້ຕໍ່ຕົນເອງ.

3. “ເຮັດວຽກເກີນເວລາ” ພໍ່ຂ້າພະເຈົ້າເຮັດວຽກມື້ລະ14 ຊົ່ວໂມງ ເປັນເວລາຫຼາຍກວ່າ 20 ປີ ອອກໄປຄ້າຂາຍແຕ່ 4ໂມງເຊົ້າ ກັບບ້ານ 6ໂມງແລງ ຄາຖານີ້ຈະນຳທ່ານເປັນຄົນຮັ່ງມີໃນທີ່ສຸດ.

4. “ເບິ່ງໂອກາດໃຫ້ເປັນ” ເປັນສິ່ງທີ່ເວົ້າງ່າຍ ເຮັດຍາກ ເພາະໂອກາດເຂົ້າມາໃນຊີວິດມັນບໍ່ໄດ້ຮ້ອງມານຳສາຍລົມ ແຕ່ມັນມາຈາກຄວາມພາກພຽນຂອງ 3 ຂໍ້ທາງເທິງບວກກັບປະສົບການຂອງຜູ້ປະຕິບັດ.

5. “ມີຈິດອາສາ” ຫຼາຍຄົນອາດງົງເນາະວ່າມັນແປວ່າຫຍັງ? ໝາຍຄວາມວ່າເຮົາຕ້ອງເປັນຄົນໃຈກວ້າງ ຄ່ອຍຮຽນຮູ້ສິ່ງອ້ອມຂ້າງ ບໍ່ຕ້ອງຕັ້ງແງ່ວ່າເຮົາຈະໄດ້ຫຍັງກ່ອນລົງມືເຮັດ ອາສາເຮັດຊ່ວຍສັງຄົມ ອາສາເຮັດຊ່ວຍສະມາຄົມ ເຄີຍເຫັນໜັງບໍ່ທີ່ພະເອກຈະໄດ້ວິຊາມາຕ້ອງອາສາໄປເປັນລູກສິດອາຈານເຮັດນັ້ນເຮັດນີ້ໃຫ້ອາຈານສຸດທ້າຍໄດ້ວິຊາດີ.

“ຢ່າລືມວ່າຄວາມມັ່ງຄັ່ງມັນບໍ່ມີທາງລັດ ຢາກໄດ້ຕ້ອງພາກພຽນ”

Related Posts

Leave a Reply

Your email address will not be published. Required fields are marked *