ປະທານບໍລິສັດນ້ຳມັນຣັດເຊຍ ເສຍຊີວິດແລ້ວ.

ໄດ້ເສຍຊີວິດພາຍຫຼັງຕົກຈາກປ່ອງຢ້ຽມຂອງໂຮງໝໍສູນກາງມົສກູ, ເຊິ່ງເປັນບ່ອນທີ່ທ່ານ Maganov ພວມຟື້ນຟູ. ນັບເປັນຜູ້ບໍລິຫານທຸລະກິດລະດັບສູງຫຼ້າສຸດຂອງຣັດເຊຍ. ເປັນການເສຍຊີວິດທີ່ລຶກລັບ.

ຂະນະທີ່ບໍລິສັດນ້ຳມັນຍັກໃຫຍ່ລຸກອອຍ ຍືນຍັນການເສຍຊີວິດຂອງ ທ່ານ ມາການອຟ ແຕ່ລະບຸພຽງວ່າ ທ່ານມາການອຟ ເສຍຊີວິດ ຍ້ອນອາການເຈັບປ່ວຍຮຸນແຮງ
ບໍ່ໄດ້ລະບຸຈາກການຕົກຈາກຕຶກທີ່ສູງ, ພ້ອມດຽວກັນຍັງຍ້ອງຍໍຄວາມສາມາດດ້ານການບໍລິຫານ ທີ່ສາມາດພັດທະນາເຮັດໃຫ້ບໍລິສັດ ລຸກອອຍ ສາມາດເປັນບໍລິສັດພະລັງງານລາຍໃຫຍ່ທີ່ສຸດໃນໂລກ.
ມິຄລິບ.
ແຫຼ່ງຂໍ້ມູນ: BBC