ໝາກກະຖິນ ກິ່ນແຮງແຕ່ປະໂຫຍດຫຼາກຫຼາຍ.
ໝາກກະຖິນ ຫຼາຍຄົນຄືຈະຮູ້ດີ, ບາງຄົນກໍ່ບໍມັກກິ່ນຂອງມັນ ຫຼື ບໍ່ມັກກິນເລີຍ ມື້ນີ້ຂໍບອກເລີຍວ່າຕ້ອງຫາມາກິນດ່ວນ ເພາະຜົນການວິໄຈຂອງນັກວິທະຍາສາດ ໄດ້ຄົ້ນຄວ້າແລ້ວບອກວ່າ: ໝາກກະຖິນ ມີໝາກກະຖິນ ກິ່ນແຮງແຕ່ປະໂຫຍດຫຼາກຫຼາຍເຊັ່ນ:

1 ມີປະໂຫຍດໃນການຊ່ວຍບໍາລຸງຮ່າງກາຍ2 ຊ່ວຍໃນການຈະເລີນອາຫານ3 ຊ່ວຍປ້ອງກັນຫຼອດເລືອດອຸດຕັນ4 ຊ່ວຍຫຼຸດຄວາມດັນເລືອດ.

5 ຊ່ວຍໃຫ້ເມັດເລືອດແດງເກາະກຸ່ມກັນໄດ້ດີ6 ມີຜົນຕໍ່ການແບ່ງໂຕຂອງເຊວ7 ຊ່ວຍຫຼຸດນໍ້າຕານໃນເລືອດ8 ຫາກຮັບປະທານເປັນປະຈໍາຈະຊ່ວຍປ້ອງກັນໂລກເບົາຫວານໄດ້້

9 ຊ່ວຍຂັບລົມໃນລໍາໄສ້10 ຊ່ວຍກະຕຸ້ນການບີບຕົວຂອງລໍາໄສ້11 ຊ່ວຍຂັບປັດສະວະ, ຊ່ວຍລະບາຍການຂັບຖ່າຍ12 ຊ່ວຍແກ້ໄຕທີ່ເສື່ອມໂຊມ (ຟອກໄຕ)

13 ຊ່ວຍຍຸດການເກີດຈະເລີນເຕີບໂຕຂອງແບັດທີເລຍ ແລະ ເຊື້ອລາ14 ສາມາດນໍາມາປຸງແຕ່ງ, ກິນກັບອາຫານປະເພດຕໍາຕ່າງໆ, ຜັດໃສ່ພັກບົ້ງ, ຈືນໄຂ່ ໄດ້ນອກນັ້ນໃບຂອງໝາກກະຖິນ ຍັງເປັນປຸຍບໍາລຸງດິນໄດ້ອີກ…

ໝາກກະຖິນເມື່ອກິນເຂົ້າໄປແລ້ວ ແນ່ນອນເລີຍວ່າຕ້ອງມີກິ່ນຕາມມາ ສໍາລັບວິທີດັບກິ່ນຂອງໝາກກະຖິນ ເມື່ອເຮົາຮັບປະທານເຂົ້າໄປແລ້ວ ໃຫ້ກິນໝາກເຂືອປະມານ 2-3 ໜ່ວຍ ຈະຊ່ວຍດັບກິນເໝັນຂອງໝາກກະຖິນໄດ້ ຫຼື ງ່າຍກວ່ານັ້ນກໍກິນເຂົ້າໜົມອົມທີ່ສາມາດດັບກິ່ນເໝັນໄດ້ໃສ່.