ໃຜເຫັນກະຊ່ວຍລາວແດ່..!! ຖືພາ 6 ເດືອນ ແລະ ມີລູກນ້ອຍ ຫອບໜີປະຜົວ ຍ້ອຍຜົວມັກເມົາ ແລະ ຜິດກັນ.

ຂໍຄວາມຊ່ວຍເຫຼືອນຳ ຫມູ່ຄູ່ໃນເຟສບຸກຜູ້ມີເງື່ອນໄຂ ຊ່ວຍເຫຼືອ 2 ແມ່ລູກ ແລະ ເດັກໃນທ້ອງແນ່ ເລື່ອງມີຢູ່ວ່າ ຕາມການບອກເລົ່າຂອງແມ່ຍໍ້າວ່າ ນີ້ແມ່ນຄຳທີ່ແມ່ເພີ່ນເວົ້າສູ່ຟັງ ພິຈາລະນາຊ່ວຍກັນ ແມ່ໄດ້ພາລູກສາວ ໃນໄວ 1ປີ 3 ເດືອນ ແລະລູກໃນທ້ອງອາຍຸຄັນ 6 ເດືອນ ເພດຊາຍ ໄດ້ໜີຈາກຜົວຍ້ອນຜົວມັກເມົາແລະຜິດກັນເພີ່ນ ແລະ ຜົວໄດ້ດເຊົ່າຫ້ອງແຖວຢູ່ຂົວຫຼວງ.

ຕອນນີ້ແມ່ນແມ່ເພີ່ນບໍ່ມີເງີນກີນເຂົ້າແລະຊື້ອາຫານ + ເຄື່ອງໃຊ້ຈຳເປັນໃຫ້ເດັກນ້ອຍເພາະໄປສະຫມັກວຽກບ່ອນໃດກໍ່ບໍ່ມີໃຜຮັບເພາະທ້ອງໃຫ່ຍ ເນື່ອງຈາກບໍ່ມີກຳລັງລ້ຽງຜູ້ຢູ່ໃນທ້ອງ ເພີ່ນເລີຍຢາກຢຸດຕິການຖືພາແລະເອົາເດັກໃນທ້ອງອອກ ( ເພີ່ນບອກວ່າຕອນນີ້ແມ່ນນອນຕິດຕາມຖ້າເອົາລູກອອກຢູ່ໂຮງຫມໍ ມະໂຫສົດ ) ຍໍ້າອີກຄັ້ງວ່ານີ້ແມ່ນຄຳເວົ້າຂອງແມ່.

ວອນຜູ້ໃຈບຸນ ຊ່ວຍເຫຼືອ 2 ແມ່ລູກນີ້ນຳແນ່ ເຮົາໄດ້ແນະນຳໃຫ້ຜູ້ກ່ຽວໃຫ້ພາເດັກນ້ອຍໄປຢູ່ວັນຈີນຊົ່ວຄາວກ່ອນ ເພາະມີ ສູນກູ້ໄພຢູ່ຫັ້ນ (ຖ້າຈື່ບໍ່ຜິດ) ຂໍຊີ້ແຈງໂພສນີ້ແມ່ນບໍ່ມີເຈດຕະນາບໍ່ດີ ເພາະອີ່ຕົນເດັກນ້ອຍເລີຍຂໍຄວາມຊ່ວຍເຫຼືອ ໃຜຢາກຊ່ວຍແມ່ນ ຜູ້ກ່ຽວແມ່ນຢູ່ຕາມພິກັດທີ່ບອກເລີຍ ທາງເຮົາບໍ່ຮັບເຄື່ອງບໍລິຈາກທຸກຢ່າງ ຢາກຊ່ວຍແມ່ນໄປມອບໃຫ້ຜູ້ກ່ຽວເລີຍ.

(ເຮົາບໍ່ໄດ້ຂໍເບີໂທແລະຊື່ຂອງຜູ້ກ່ຽວ)

ຮູບນີ້ຖ່າຍໃນເວລາ 19:25 ຂອງວັນທີ 30/8/2022 ພິກັດ ທາງຍ່າງແຄມຂອງ ຫຼັງ ຮ້ານ 3 ແຍກປາກປາສັກ.

ທີ່ມາ:

Related Posts

Leave a Reply

Your email address will not be published. Required fields are marked *