ອຸຕຸແຈ້ງເຕືອນ…!!!ກຽມຮັບມືລະຫວ່າງວັນທີ 30 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກໜັກ ,ຟ້າຮ້ອງ,ຟ້າເຫຼື້ອມ ພ້ອມລົມພັດແຮງ.

ຄາດຄະເນສະພາບອາກາດ ແຕ່ວັນທີ 29 ສິງຫາ ຫາ 04 ກັນຍາ 2022

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດແຕ່ວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າ ເຫຼືອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕ່ໍາສຸດ 17 – 21 ອົງສາ ແລະ ສູງສຸດ 25 – 30 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ໃນໄລຍະຕົ້ນອາທິດແຕ່ວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຈະຕົກປານກາງ ຫາ ຕົກຫນັກຢູ່ບາງທ້ອງຖິ່ນໃນກາງຫາທ້າຍອາທິດ ອູນຫະພູມຕ່ໍາສຸດ 21 – 25 ອົງສາ ແລະ ສູງສຸດ 25 – 33 ອົງສາ.

ພາກກາງ: ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງຢູ່ ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່າສຸດ 22 – 25 ອົງສາ ແລະ ສູງສຸດ 25 – 35 ອົງສາ, ສໍາລັບ ແຂວງ ໄຊສົມບູນ: ໃນໄລຍະຕົ້ນອາທິດແຕ່ວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15 – 17 ອົງສາ ແລະ ສູງ ສຸດ 25 – 23 ອົງສາ.

ພາກໃຕ້: ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 26 – 34 ອົງສາ. ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າຫຼື້ອມໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 15 – 18 ອົງສາ ແລະ ສູງສຸດ 21 – 27 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 29 ສິງຫາ ຫາ 04 ກັນຍາ 2022 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 24 – 26 ອົງສາ ແລະ ສູງສຸດ 31 – 34 ອົງສາ.

ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ.

Related Posts

Leave a Reply

Your email address will not be published. Required fields are marked *