ເສຍໃຈນຳ…!!! ພະຍຸຖະຫລົ່ມ ແຂວງອຸດົມໄຊ ເສຍຫາຍໜັກໜ່ວງ ຂໍໃຫ້ທຸກຄົນປອດໄພ ສູ້ໆເດີ້!

ຂໍສະແດງຄວາມເສຍໃຈນຳຜູ້ເຄາະຮ້ານຄັ້ງນີ້ດ້ວຍ ພະຍຸຖະຫລົ່ມ ແຂວງອຸດົມໄຊ ຕອນເຊົ້າ​ວັນທີ​ 26​ ສິງຫາ​ 2022​

ເນື່ອງຈາກວ່າຝົນໜັກຕໍ່ເນື່ອງ 5-6​ ຊົ່ວ​ໂມງ​ຕໍ່​ກັນ​ ເມືອງໄຊ​ ແຂວງອຸດົມໄຊ​ ແຖວບ້ານຫລັກ 4, ບ້ານປ່າສັກ ແລະ​ ເຂດບ້ານອື່ນໃນເທດສະບານມີນ້ຳໜອງຕົກຄ້າງ ແລະ​ ມີດິນສະໄລ,​ ດິນເຈື່ອນບາງເຂດ.

ສະນັ້ນ​ໃຫ້ພໍ່ແມ່ພີ່ນ້ອງ​ຊາວເມືອງໄຊ​ ຫລື ພໍ່ແມ່ປະຊາຊົນທີ່ຢູ່ແຄມແມ່ນ້ຳ ແລະ​ ຕີນພູ ຈົ່ງມີສະຕີລະວັງຕົວ​ ແລະ​ ຂອບເຂດ​ໃດເກີດມີໄພນ້ຳຖ້ວມ ແລະ​ ດິນເຈື່ອນໃຫ້ສົ່ງທາງຄອມເມັນເພື່ອສົ່ງຂ່າວໃຫ້ກັນເດີ້.

ແນວໃດກໍ່ຕາມຂໍໃຫ້ຊາວແຂວງອຸດົມໃຊສູ້ໆເດີ້!!ຂໍໃຫ້ປອດໄພໝົດທຸກຄົນທີ່ປະສົບບັນຫານີ້ຢູ່..

Lao Online News | ທັນຂ່າວຊາວອອນລາຍ

Related Posts

Leave a Reply

Your email address will not be published. Required fields are marked *