ເມື່ອວັນທີ 19/08/2022 ຈາກກໍລະນີ ຕ້າ ເຈັດໄຫ ເນັດໄອດໍ້ ແລະ ຜູ້ໃຫ້ຄວາມບັນເທິງໃນ ໂລກອອນລາຍຊື່ດັງໄດ້ ໂພສວີດີໂອ ຂໍໂທດ ເຫດເພາະຮູ້ເທົ່າບໍ່ເຖິງການ ໂດຍລະບຸກລົງເພຈ Xaysavang Entertainment ວ່າ:
ຄິບຊີເເຈ້ງ ເລື່ອງເພງສົມຮົດສົມຮັກ (ໃຜທີໂຫລດຄິບໄປກະລຸນາລົບດວ່ນເພາະມັນບໍ່ຖືກຕ້ອງ) ຂໍຂອບໃຈທີ ຍັງຕີດຕາມພວກເຮົາ.
ແນວໃດທີມງານ Youlikelao ພວກເຮົາຂໍເປັນກຳລັງໃຈໃຫ້ເດີ ສ້າງສັນຜົນງານຕໍ່ໄປ ທີ່ສອດຄ່ອງກັບຮີດຄອງອັນດີງາມ.
ຄລິບຂໍໂທດ:
ຂ່າວກ່ອນໜ້ານີ້:
ໃນວັນທີ 17 ສິງຫາ ທີ່ຜ່ານມາ ຫ້ອງການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ໄດ້ຮຽກ ” ຕ້າ ເຈັດໄຫ ” ປັບທັດສະນະຄະດີ.ຍ້ອນຜູ້ກ່ຽວ ດັດແປງເນື້ອເພງ ” ສົມຮັກ ສົມຣົດ” ຂັດກັບຮີດຄອງປະເພນີ ແລະ ລິຂະສິດ.
ປັດຈຸບັນ, ເນື້ອເພງດັ່ງກ່າວ ອາດຈະຖືກລົບແລ້ວ.