ສູດໄລ່ແມງວັນ: ແມງວັນ ນອກຈາກຈະສ້າງຄວາມລຳຄານຕາມຮ້ານອາຫານ; ບ້ານ ຫລື ແຫຼ່ງຊຸມຊົນແລ້ວ ຍັງຖືເປັນພາຫະຂອງພະຍາດຕ່າງໆ ໂດຍສະເພາະພະຍາດຕິດຕໍ່ທາງເດີນອາຫານ ຊຶ່ງສົ່ງຜົນຕໍ່ສຸກຂະພາບແລະການໃຊ້ຊີວິດຂອງມະນຸດເປັນອັນດັບຕົ້ນໆ.
ເວັບໄຊ Bit Core Tech ເຜີຍແຜ່ວິທີການກຳຈັດແມງວັນງ່າຍໆ ດ້ວຍສະມຸນໄພໃນຄົວ ຊຶ່ງເປັນວິທີທີ່ບໍ່ຕ້ອງລົງທຶນຊື້ອຸປະກອນຫຍັງຫລວງຫລາຍ ທີ່ສຳຄັນບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບຂອງມະນຸດອີກດ້ວຍ!
ວິທີທີ່ 1: ໃຊ້ ນ້ຳຢາລ້າງຈານ ປະສົມ ກັບ ນ້ຳເປົ່າຫລືນໍ້າໃສເປັນການນຳຂອງໃຊ້ປະຈຳວັນໃນບ້ານມາໃຊ້ ໂດຍທີ່ເຮົາບໍ່ຕ້ອງເສຍເງີນເພີ່ມ ພຽງປະສົມນ້ຳຢາລ້າງຈານກັບນ້ຳເປົ່າ ໃນອັດຕາສ່ວນ 1 ຕໍ່ 1 ແລ້ວນຳສ່ວນປະສົມທີ່ໄດ້ໄປໃສ່ໃນກະບອກສີດນ້ຳ ແລ້ວເອົາໄປສີດໃສ່ບໍລິເວນທີ່ແມງວັນມັກມາຕອມເຊັ່ນ: ທີ່ຖິ້ມຂີ້ເຫຍື້ອໜ້າບ້ານ ຈະເຮັດໃຫ້ແມງວັນຫາຍໃຈບໍ່ອອກ ແລະຕາຍໄປໃນທີ່ສຸດ.
ວິທີທີ່ 2: ນ້ຳສົ້ມສາຍຊູນ້ຳສົ້ມສາຍຊູ ເປັນອີກໜຶ່ງຂອງໃຊ້ທີ່ມີຕິດຄົວ ໂດຍນຳນ້ຳສົ້ມສາຍຊູ ປະສົມກັບນ້ຳເປົ່າຫລືນໍ້າໃສ ແລ້ວຄົນໃຫ້ເຂົ້າກັນ ໃນອັດຕາສ່ວນ 1 ຕໍ່ 1 ຈາກນັ້ນກໍນຳໄປພົ່ນ ຫລືໃຊ້ຜ້າຊຸບ ແລ້ວເອົາໄປທາບໍລິເວນມຸ້ງລວດ ແລະຈຸດທີ່ແມງມື້ມັກມາຕອມ ກລິ່ນສຸນໆ ຂອງນ້ຳສົ້ມສາຍຊູ ຈະເຮັດໃຫ້ແມງມື້ບິນໜີໄປທີ່ອື່ນນ້ຳສົ້ມສາຍຊູ