ເຕືອນມິດສາຊີບແຮັກຂໍ້ມູນສ່ວນຕົວ!

ເມື່ອບໍ່ດົນມານີ້ ມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ອອກມາໂພສເຕືອນກໍລະນີມິດສາຊີບໂທຫາ ໂດຍອ້າງວ່າເປັນການໂທຈາກສູນໂທລະຄົມ.

ເລື່ອງຂໍລະຫັດ 6 ຕົວເລກທີ່ສົ່ງເຂົ້າມາທາງຂໍ້ຄວາມ ເພື່ອແລກເອົາບັດຕື່ມເງິນ ຫລື ອ້າງວ່າເປັນລະຫັດຢືນຢັນແລກຂອງຂວັນກໍລະນີດັ່ງກ່າວນີ້ ຖືວ່າເປັນການລະນີໃໝ່ສຳລັບມິດສາຊີບ ແລະ ປະຊາຊົນຜູ້ບໍ່ຮູ້ອາດຫລົງກົນໄດ້.

ດັ່ງນັ້ນ, ທ່ານໃດທີ່ໄດ້ຮັບລະຫັດຫົກໂຕເລກ ໂດຍບໍ່ຮູ້ທີ່ມາ ແລະ ມີຄົນໂທມາຂໍ ຫ້າມໃຫ້ເດັດຂາດ ເພາະພວກເຂົາພວມແຮັກຂໍ້ມູນຂອງເຮົາຢູ່ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ຊັບສິນໄດ້.

ທີ່ມາຂໍ້ມູນ:Laophattana News