ແຊ໌ເຕີຶອນ! ຫຼິ້ນ Tik Tok ໃຫ້ມີສະຕິ.

ຢ່າງທີ່ຮູ້ກັນວ່າ ແອັບຕິກຕ໋ອກ (Tik Tok) ເປັນແອັບພິເຄຊັນສ້າງຄວາມບັນເທິງອັນດັບໜຶ່ງຂອງໂລກທີ່ເຂົ້າເຖິງຄົນທຸກກຸ່ມ ແລະ ທຸກໄວ ບາງຄອນເທັນກໍ່ໃຫ້ສຽງຫົວຜ່ອນຄາຍອາລົມ ແລະ ຄວາມເພີດເພີນ ແຕ່ໃນບາງຄອນເທັນກໍ່ສ້າງຄວາມຈິບຫາຍວາຍປວງໃຫ້ຕົນ ແລະ ຄົນອ້ອມຂ້າງ.

Junk challenge ຫຼື ຊາເລັ້ນຂີ້ເຫຍື້ອ ເຮົາຈະພົບເຫັນໄດ້ເລື້ອຍໆ ມີຕັ້ງແຕ່ ການກັ່ນແກ້ງ ການທຳລາຍສິ່ງຂອງ ການທຳຮ້າຍຄົນອື່ນ ແລະ ການກະທຳທີ່ໂງງ່າວ ຂອງໄວລຸ້ນຕິກຕ໋ອກທີ່ເຫັນໄດ້ເປັນໄລຍະ (ຕ່າງຊາດນີ້ຈະໜັກຫຼາຍ) ຊຶ່ງປະຕິເສດບໍ່ໄດ້ທີ່ຈະຂາດກຸ່ມຄົນເຫຼົ່ານີ້

ວັນທີ 4 ສິງຫາ 2022 ກຸ່ມໄວລຸ້ນ Tik Tok ອິນໂດນີເຊຍ 4 ຄົນສ້າງຄອນເທັນເພື່ອຕ້ອງການຍອດຄົນເບິ່ງໃຫ້ເຖິງ 1 ລ້ານວິວ ໂດຍວິທີການແມ່ນ.

ຢຸດລົດບັນທຸກດ້ວຍມື ແລະ ຜົນສຸດທ້າຍຖືກລົດບັນທຸກຢຽບຕາຍຄາທີ (ແກ້ໄຂຂໍ້ມູນຈາກຕົ້ນທາງແມ່ນມີການເຜີຍແຜ່ໃນຫວຽດນາມວັນທີ 17 ສິງຫາ 2022)

ນອກຈາກນີ້ແອດໄດ້ເຂົ້າໄປຄົ້ນຊອກເບິ່ງພົບວ່າ ການເຮັດຄອນເທັນໂດດຢຸດລົດດ້ວຍມື ບໍ່ແມ່ນຫາກໍ່ເກີດຂຶ້ນ ມັນເປັນ challenge ທີ່ເຄີຍເກີດຂຶ້ນມາກ່ອນ ແລະ ກໍ່ມີຜູ້ເສຍຊີວິດ ໃນວັນທີ 3 ມິຖຸນາ 2022 ໃນອິນໂດນເນເຊຍກໍ່ມີການເຮັດຄອນເທັນແບບດຽວກັນ

ມີຄລິບhttps://twitter.com/i/status/1532661395824619520 ແລະ ປາກົດວ່າ ໃນຫຼາຍໆບ່ອນກໍ່ມີການກະທຳລັກສະນະດຽວກັນອີກ.

ອັນນີ້ແອດກໍ່ຢາກຝາກເຖິງຜູ້ປົກຄອງທຸກທ່ານ ຕ້ອງໃຫ້ຄວາມຮູ້ຄວາມເຂົ້າໃຈກັບເດັກໃຫ້ຫຼາຍຂຶ້ນ ແລະ ຫວັງວ່າໄວລຸ້ນຕິກຕ໋ອກລາວເຮົາຄົງບໍ່ມີໃຜຮຽນແບບເນາະ

ຈາກ: ນາທີຊີວິດ

Related Posts

Leave a Reply

Your email address will not be published. Required fields are marked *