ໃນທ່ຽງຄືນທີ່ຜ່ານມາເກີດເຫດຄົນຮ້າຍລັກລອບວາງເພີງຫລາຍຈຸດໃນພື້ນທີ່ ຈັງຫວັດ ປັດຕານີ, ຈັງຫວັດ ຍະລາ ແລະ ຈັງຫວັດ ນາຣາທິວາດ.
ໂດຍເລືອກເປົ້າໝາຍເປັນຮ້ານຂາຍເຄື່ອງ ແລະ ປໍ້ານ້ຳມັນ ເມື່ອເວລາ 00:00 ໂມງ ຂອງວັນທີ 17 ສິງຫາ 2022 ເກີດເຫດລະເບີດໄຟໄໝ້ມິນິບິກຊີ.
ພາຍໃນປ້ຳນ້ຳມັນບາງຈາກ ຕຳບົນ ບໍ່ທອງ, ອຳເພີ ໜອງຈິກ, ຈັງຫວັດ ປັດຕານີ ບໍລິເວນຖະໜົນ ທລ.43 ທາງໄປຫາດໃຫຍ່ ໃກ້ກັບແຍກດອນຍາງ, ລາຍງານເບື້ອງຕົ້ນບໍ່ມີຜູ້ໄດ້ຮັບບາດເຈັບ ສ່ວນລາຍລະອຽດແມ່ນຢູ່ໃນຂັ້ນຕອນສືບສວນສອບສວນ.
ນອກຈາກນີ້ ທີ່ ຈັງຫວັດ ຍະລາ ເກີດເຫດລັກລອບວາງເພີງອີກ 4 ຈຸດຄື:
ປຕທ ຍະຫາ ໃນພື້ນທີ່ເຂດເທດສະບານເມືອງຍະຫາ ອຳເພີ ຍະຫາ.
ມິນິບິກຊີ ສາຂາຣາມັນ ໃນພື້ນທີ່ເຂດເທດສະບານເມືອງຣາມັນ ຕຳບົນ ກາຍູບໍເກາະ ອຳເພີ ຣາມັນ.
ຮ້ານຂາຍເຄື່ອງໃນພື້ນທີ່ ຕຳບົນ ບັນນັງສະຕາ ອຳເພີ ບັນນັງສະຕາ.
ເບື້ອງຕົ້ນ ເຈົ້າໜ້າທີ່ດັບເພີງ ເຂົ້າສະກັດກັ້ນອັກຄີໄພກຳລັງລຸກໄໝ້ ຮ້ານຂາຍເຄື່ອງຖະໜົນ 140 ໝູ່ທີ 2 ຕຳບົນ.
ບັນນັງສະຕາ ອຳເພີ ນັງສະຕາ ຈັງຫວັດ ຍະລາ ຫລັງມີຜູ້ກໍ່ເຫດ 4 ຄົນ ຂີ່ລົດຈັກ 2 ຄັນ ໂຍນລະເບີດໃສ່ໜ້າຮ້ານຂາຍເຄືີ່ອງ ເປັນເຫດໃຫ້ເກີດໄຟໄໝ້,
ໄດ້ຮັບຄວາມເສຍຫາຍຫລາຍສົມຄວນ ແລະ ຕັ້ງແຕ່ເວລາ 01:00 ໂມງ ຮ້ານສະດວກຊື້ໃນຕົວເມືອງຍະລາ ຖືກສັ່ງປິດໃຫ້ບໍລິການທຸກສາຂາ.
ຊົມຄຣິບ.
ຄຼິບ2.
ຄຣິບ3.