ແຈ້ງການດ່ວນ…!!!ເຂື່ອນໄຟຟ້ານ້ຳລິກ ຈະມີການລະບາຍນ້ຳໃນເຂື່ອນ ເລີ່ມທີ 18/08/2022

ກຽມຮັບມື!!

ເນື່ອງຈາກເຂື່ອນໄຟຟ້ານໍ້າລິກ 1/2 ຈະໄດ້ເປີດປະຕູລະບາຍນໍ້ານອງ ໃນວັນທີ 18/08/2022 ໃຫ້ປະຊາຊົນຢູ່ໃກ້ເຂື່ອນ ເຄື່ອນຍ້າຍຊັບສິນໄວ້ທີ່ປອດໄພ ໂດຍສະເພາະ ໃຫ້ກິດຈະການເຮືອນແພ ແລະ ກິດຈະການ ທ່ອງທ່ຽວອື່ນໆ ຢຸດຮັບນັກທ່ອງທ່ຽວຊົ່ວຄາວ!

ປັດຈຸບັນລະດັບນໍ້າຢູ່ຫນ້າເຂື່ອນແມ່ນໃກ້ຈະຮອດລະດັບ 300 masl ເຊີ່ງເປັນລະດັບນ້ໍາທີ່ຢູ່ໃນລະດັບເຕືອນໄພ ແລະຈະຕ້ອງໄດ້ເປີດປະຕູນໍ້າເພື່ອລະບາຍອອກ.

– ໃຫ້ແຂວງວຽງຈັນ ແຈ້ງເຖິງຫ້ອງວ່າການ ເມືອງເຟືອງ ລວມທັງບ້ານທີ່ຢູ່ໃກ້ຂອບເຂດພື້ນທີ່ລຸ່ມເຂື່ອນກະກຽມຍົກຍ້າຍສິ່ງຂອງທີ່ຈໍາເປັນ– ໃຫ້ກິດຈະການເຮືອນແພ ແລະ ກິດຈະການທ່ອງທ່ຽວອື່ນໆ ຢຸດຮັບນັກທ່ອງທ່ຽວຊົ່ວຄາວກ່ວາຈະມີແຈ້ງການ ຈາກກະຊວງພະລັງງານ ແລະ ບໍ່ແຮ່ຕື່ມ.

– ຖ້າໄດ້ຮັບການແຈ້ງເຕືອນ ແມ່ນໃຫ້ກະກຽມຍົກຍ້າຍຊັບສິນລວມທັງກິດຈະການຕ່າງໆ ເອົາໄປໄວ້ບ່ອນທີ່ສູງ.

ທີ່ມາ: ກະຊວງພະລັງງານ ແລະບໍ່ແຮ່

Related Posts

Leave a Reply

Your email address will not be published. Required fields are marked *