ແມ່ໆເບິ່ງໄວ້ເປັນອຸທາຫອນ..!!!ເກີດລູກໃໝ່ ຜິດກຳໜັກ ຈົນໄດ້ນຳສົ່ງໂຮງໝໍ.
ຈາກຜູ້ໃຊ້ເຟສບຸກຊື່ LittleNok P. Psm ໄດ້ໂພສວ່າ: ນອນບໍ່ໄດ້ ເປັນຫ່ວງຫລາຍ!! ເອື້ອຍໄພ້)ຜິດກຳມັນເປັນຫນັກປານນີ້ພຸ້ນຫວາ?
ຍ້ອນຢູ່ກຳ ນັ່ງນອນດົມເອົາຄວັນໄຟທຸກ 24ຊົ່ວໂມງ ກິນແຕ່ເຂົ້າກັບເກືອຕັ້ງແຕ່ມື້ເກີດຈົນຮອດມື້ນີ້ ຍ້ອນເຫດຜົນທີ່ວ່າ “ແມ່ນຮີດແມ່ນຄອງ”ນີ້ມັນສະໄຫມໃດແລ້ວນໍ້ ມັນແມ່ນຮີດອີ່ຫຍັງຊ່ວຍບອກແດ່ເດ້.

ໃຜມີວິທີ່ຊ່ວຍໃຫ້ດີຂື້ນທີ່ເກີດຍ້ອນຜິດກຳຊ່ວຍບອກເອົາບຸນແດ່ ອາການຕອນນີ້ຫາຍໃຈເອງບໍ່ໄດ້ ໃຊ້ອົກຊີຊ່ວຍມາຕະຫລອດທາງ ຈົນໄດ້ CT scan ສະຫມອງເພາະຄາດວ່າຄວັນໄຟເຂົ້າສະຫມອງຈົນມີອາການເບຣີ ບໍ່ຈື່ຮອດໃຜ.
ທີ່ມາ.
