ຄອນສະຫວັນ ແກ້ວໜູຈັນ ຖືກຄັດເລືອກຈາກສະຖາບັນກິລາບານເຕະອິຕາລີໄປຝຶກຊ້ອມເຕະບານລະດັບອາຊີບ
ຄອນສະຫວັນ ແກ້ວຫນູຈັນ, ອາຍຸ 18 ປີ.
ກອງກາງດາວຮຸ່ງ ທີມສະໂມສອນ ຊ້າງນ້ອຍ ແລະ ທີມຊາດລາວ ຮຸ່ນ 19 ປີ ໄດ້ຜ່ານການຄັດເລືອກຈາກສະຖາບັນກິລາບານເຕະ ອີຕາລີ(ສະໂມສອນ ໂຣມ ຊີຕີ້ ເອັສຊີ Rome City SC) ເພື່ອໄປຝຶກຊ້ອມເຕະບານລະດັບອາຊີບ ຢູ່ອີຕາລີ ເປັນເວລາ 4 ປີ ຄຽງຄູ່ກັບການຮຽນຕໍ່ລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານກິລາບານເຕະ.
ກ່ອນຫນ້ານັ້ນ ຄອນສະຫວັນ (ແຈັກກີ້) ໄດ້ເຄີຍໄປຝຶກຊ້ອມຢູ່ສູນຝຶກກິລາບານເຕະ ຢູ່ປະເທດຝຣັ່ງ ແຕ່ປີ 2018 ຫາປີ 2020 ໂດຍສັງກັດ ທີມ U15 ແລະ U16 ຂອງສະໂມສອນ AS Cannes ແລະ ສະໂມສອນ AS Monaco ແຂ່ງຂັນໃນລາຍການ Regional French Championship.
ດັ່ງນັ້ນ, ສະຖາບັນກິລາບານເຕະ ອີຕາລີ ຈຶ່ງໄດ້ຄັດເລືອກ ແລະ ໃຫ້ໂອກາດໄປສືບຕໍ່ພັດທະນາເປັນນັກເຕະລະດັບອາຊີບ ຢູ່ອີຕາລີ. ສ່ວນການຕິດທີມຊາດລາວ ແມ່ນໄດ້ເລີ້ມມາຕັ້ງແຕ່ຊຸດເຍົາວະຊົນ U15 (2018), U16 (2019), U19 ປີ (2020), U23 ( 2022) ແລະ U19 ປີ ( 2022 ) ຊຸດໄດ້ອັນດັບ 2 ຊີງແຊ້ມອາຊຽນ.
ແນວໃດກໍຕາມ ຫວັງວ່າ ຄອນສະຫວັນ ແກ້ວໜູຈັນ ຈະປະສົບຜົນສຳເລັດໃນເສັ້ນທາງຂອງການເປັນນັກກິລາບານເຕະອາຊີບ ຢູ່ປະເທດອີຕາລີ ແລະ ນຳເອົາຄວາມຮູ້ຄວາມສາມາດ ລວມທັງປະສົບການຝຶກຊ້ອມ ແລະ ແຂ່ງຂັນ ຢູ່ປະເທດອີຕາລີ.
ໃນ 4 ປີຂ້າງໜ້າ ເພື່ອກັບຄຶນມາ ປະກອບສ່ວນພັດທະນາກິລາບານເຕະລາວຂອງພວກເຮົາ ໃຫ້ນັບມື້ນັບເຂັ້ມ ແຂງ ແລະ ດີຂື້ນ ໃນອະນາຄົດ.
ຄອນສະຫວັນ ຈະເດີນທາງໄປທີ່ປະທດອີຕາລີ ໃນກາງເດືອນ ກັນຍາ ທີ່ຈະມາເຖິງນີ້.
ທີ່ມາ: ສຕລ