ຄລິບນີ້ກຳລັງເປັນກະແສຢູ່ໂຊຊຽວຫວຽດນາມ ມີຄົນຕັ້ງຄຳຖາມວ່າເຮັດບຸນ ຫຼື ສ້າງຫາຍະນະແກ່ລະບົບນິເວດ?
ໃນຄລິບຈະເປັນກຸ່ມຄົນ ແລະ ນັກບວດຍິງ (ແມ່ຊີ) ພາກັນປ່ອຍປາ Arabima ລົງແມ່ນ້ຳທຳມະຊາດ ໂດຍເນື້ອຫາລະບຸວ່າເປັນການໄຖ່ຊີວິດປາເຫຼົ່ານີ້ລົງສູ່ແມ່ນ້ຳ

ແຕ່ຫາຮູ້ບໍວ່າ ການປ່ອຍປາ Arabima ແບບນີ້ຈະໄດ້ບຸນ ຫຼື ຈະທຳລາຍລະບົບນິເວດ ເພາະປ່າທີ່ປ່ອຍເປັນສັດຕ່າງຖິ່ນ ຫຼື ທີ່ເຮົາມັກໄດ້ຍິນກັນວ່າ ເອລຽນ ສະປີຊິ (Alien species) ການປ່ອຍປາຕ່າງຖິ່ນແບບນີ້ແນ່ນອນວ່າຈະເຮັດໃຫ້ມີຜົນກະທົບຕໍ່ລະບົບນິເວດບໍ່ຫຼາຍກໍ່ໜ້ອຍຄ່າ
(Arabima) ປາ ອະໄບມາ ຫຼື ປາຄໍ່ອະເມຊອນ (ພາສາລາວແອດບໍ່ຮູ້ວ່າເອີ້ນກັນແນວໃດ?) ໂດຍລັກສະນະເປັນປາໂຕໃຫຍ່ (ໃຫຍ່ຫຼາຍ) ແລະ ກິນຊິ້ນເປັນອາຫານ (ປານ້ອຍ ກຸ້ງ ຊິວ ຕ່າງ) ທີ່ຫຼາຍຄົນອົດເປັນຫ່ວງບໍ່ໄດ້ກໍ່ຄື ເມື່ອປ່ອຍມັນລົງແຫຼ່ງນ້ໍາທຳມະຊາດແບບນີ້ສັດພື້ນຖິ່ນອາດຖືກມັນກິນຈົນດັບ ຫຼື ເຖິງຂັ້ນສູນພັນກໍ່ເປັນໄດ້.

ເຫັນຫຼາຍໆຄົນມັກເຮັດບຸນປ່ອຍສັດ ແລະ ເຫັນຫຼາຍຄັ້ງທີ່ການປ່ອຍສັດບໍ່ຖືກກັບສະພາບແວດລ້ອມ ເຊັ່ນການປ່ອນປາດຸກ ປ່ອຍອ່ຽນ ລົງນ້ຳຂອງ ຊຶ່ງປາດຸກ ອ່ຽນເປັນສັດທີ່ມັກອາໃສຢູ່ນຳຕົມ ຫຼື ໜອງບຶງ ດັ່ງນັ້ນການປ່ອຍສັດຄວນສຶກສາໃຫ້ເຂົ້າໃຈ ຈຶ່ງຈະເຮັດໃຫ້ການເຮັດບຸນເຮົາບໍ່ກາຍເປັນບາບ
ຊົມຄລິບ.